

ໃນຕອນເຊົາຂອງວັນທີ່ 2 ທັນວາ 2025 ນີ້ ເວລາ 6 ໂມງ 00 ນາທີ ຄະນະບໍລິຫານງານພັກເມືອງບໍ່ແຕນ, ແຂວງໄຊຍະບູລີ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອານຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູອານຸສອນສະຖານ ປະ ທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ເຂົ້າຮ່ວມພິທີຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ ແລະ ສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02 ທັນວາ 1975 – 02 ທັນວາ 2025). ເຊິ່ງໄດ້ຈັດຂື້ນໃນວັນທີ 2 ທັນວາ 2025 ຢູ່ທີ່ຫ້ອງປະຊຸມຂອງເມືອງ. ເຊິ່ງນຳພາໂດຍ ສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ, ເລຂາພັກເມືອງບໍ່ແຕນ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສບໍານານ, ຫົວຫນ້າ- ຮອງຫົວໜ້າຫ້ອງການ, ອົງການ,ກົມກອງ ແລະ ບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ພ້ອມບັນດາສະຫາຍເລຂາພັກບ້ານເຂດເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງການກ່າວສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງໄດ້ຍົກໃຫ້ເຫັນຄຸນສົມບັດສິນທໍາປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນຳ, ນັກຮົບວິລະຊົນ ແລະ ປະຊາຊົນບັນດາເຜົ່າໃນຂະບວນການຕໍ່ສູ້ກູ້ຊາດ ແລະ ໄດ້ປະກອບ ສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນເມື່ອກ່ອນຈົນເຖິງປັດຈຸບັນ. ສຳລັບການເຂົ້າຮ່ວມພິທີໃນຄັ້ງນີ້ກໍ່ເພື່ອເປັນການເຊື່ອມຊຶມທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດ ສິນທໍາປະຕິວັດໃຫ້ການນຳຂອງເມືອງ,ສະມາຊິກພັກ, ພະນັກງານທຸກຂັ້ນ, ໃນແນວທາງປ່ຽນແປງ ໃໝ່.ເຮັດໃຫ້ການນຳທຸກຂັ້ນ, ສະມາຊິກພັກ, ,ພະນັກງານ, ອົງການ, ກົມກອງຕ່າງໆ ໄດ້ເຊື່ອມ ຊຶມຮັບຮູ້ກ່ຽວກັບມູນເຊື້ອວິລະກໍາອັນລໍ້າເລີດ, ຜົນງານ, ຄຸນງາມຄວາມດີ ແລະ ຄຸນສົມບັດສິນ ທໍາປະຕິວັດຂອງຜູ້ນໍາລາວໃນເມື່ອກ່ອນ ເພື່ອເປັນແບບຢ່າງໃຫ້ແກ່ຄົນຮຸ່ນຫຼັງໄດ້ນໍາມາໝູນໃຊ້ເຂົ້າ ໃນພາລະກິດໄລຍະໃໝ່ຂອງພັກ-ຂອງຕົນເອງ ແລະ ໄດ້ຮັບຮູ້ເຖິງຄວາມເປັນມາ ການເຕີບໃຫ່ຍ ຂະຫຍາຍຕົວຂອງຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບ ດ້ານລະຫວ່າງ ລາວ-ຫວຽດນາມ ຕະຫຼອດໄລຍະການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ເພື່ອປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຫ້ກ້າວຂຶ້ນຕາມທິດສັງຄົມນິຍົມ ພາຍຫຼັງສຳເລັດ ການເຂົ້າຮວ່ມຮັບຊົມການຖ່າຍທອດສົດການໂຮມໃຫຍ່ ແລະ ສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຄະນະບໍລິຫານງານ ພັກເມືອງບໍ່ແຕນ ກໍ່ໄດ້ລົງຍ້ຽມຍາມຄົນເຈັບຢູ່ໂຮງໝໍເມືອງບໍ່ແຕນ ແລະ ລົງຍ້ຽມຍາມອວຍ ພອນພະນັກງານອາວຸໂສບຳນານ ອາດີດການນຳຂອງເມືອງບໍ່ແຕນຕຶ່ມອີກ.