

ໃນລະຫວ່າງວັນທີ 12-13 ທັນວາ 2025 ນີ້ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ເມືອງປາກລາຍແຂວງໄຊຍະບູລີ ໄດ້ຈັດກອງບຸນເພື່ອອຸດທິດສວ່ນບຸນກຸສົນ ຫາປະທານໄກສອນພົມວິຫານຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດທີ່ໄດ້ລວງລັບໄປ ເນື່ອງໃນໂອກາດສະເຫລີມສະຫລອງ ວັນເກີດ ຂອງເພີ່ນຄົບຮອບ 105 ປີ ໂດຍການເຂົ້າຮວ່ມຂອງທ່ານ ຄໍາຝັ້ນ ວົງສະຫວັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ,ມີພຣະອາຈານ ຄໍາພັດ ກັນທະວົງ ປະທານຄະນະ ອພສ ເມືອງ,ມີບັນດາການນໍາຂອງເມືອງ,ພຣະສົງສໍາມະເນນ,ການຈັດຕັ້ງບ້ານນາສະຫວ່າງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນສັນລະເສີນເຖິງຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອຜົນປະໂຫຍດລວມຂອງຊາດ, ເພື່ອອະນາຄົດຂອງລູກຫຼານບັນດາເຜົ່າ, ປະທານ ໄກສອນ ພົມວິຫານໄດ້ສຸມສະຕິປັນຍາເຂົ້າໃນການນຳພາ ຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນ, ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນໍາສູງສຸດ ຂອງການປະຕິວັດທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ, ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ນໍາພາສ້າງຕັ້ງ, ຖະນຸບຳລຸງ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ, ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງ ໜັກແໜ້ນ ແລະ ມີໄຊ ພ້ອມກັນນັ້ນກໍ່ຍຶດໝັ້ນຄໍາຂວັນທີ່ວ່າ: ປະທານ ໄກສອນ ພົມວິຫານ ຍືນຍົງຄົງຕົວ ໃນພາລະກິດອັນຍິ່ງໃຫຍ່ຂອງປະຊາຊົນລາວ