ເມືອງປາກລາຍ ປາຖະກະຖາວັນປະຫວັດສາດສໍາຄັນ ຂອງຊາດ-ຂອງພັກ.

ເມືອງປາກລາຍ ປາຖະກະຖາວັນປະຫວັດສາດສໍາຄັນ ຂອງຊາດ-ຂອງພັກ.
……………..
ເມືອງປາກລາຍ ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 4 ວັນສໍາຄັນຂອງຊາດຂອງພັກ ແລະ ຂອງທ່ານຜູ້ນໍາຄື: ວັນເກີດຂອງປະທານສຸພານຸວົງ ຄົບຮອບ 115 ປີ (13-7-1909-13-7-2024), ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດ ຄົບຮອບ 62 ປີ (5-9-1962-5-9-2024), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 47 ປີ (18-7-1977-18-7.2024),ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20-71955-20-7.2024) ເຊິ່ງຈັດຂື້ນໃນຕອນເຊົ້າວັນທີ 16 ກໍລະກົດ 2024 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການໃຫ້ກຽດຂື້ນເຜີຍແຜ່ເອກກະສານວັນດັ່ງກ່າວຂອງທ່ານ ບຸນຫຼາຍ ວົງດາລາ ວ່າການເຈົ້າເມືອງປາກລາຍ,ເຂົ້້າຮວ່ມມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ-ລັດຖະກອນ, ພະນັກງານອາວຸໂສບໍານານ,ອໍານວຍການໂຮງຮຽນ-ໂຮງໝໍ, ການຈັດຕັ້ງບ້ານເທດສະບານ, ຄະບໍລິຫານງານສະຫະພັນແມ່ຍິງເມືອງ, ຄະນະສະຫະພັນແມ່ຍິງຮາກຖານບ້ານ ແລະ ຄະນະສະຫະພັນແມ່ຍິງໜ່ວຍອ້ອມຂ້າງເມືອງເຂົ້າຮ່ວມ.
ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສືກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ບົດບາດ, ຄວາມໜາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍ ມູນເຊື້ອພິລະອາດຫານ ແລະ ຄຸນງາມຄວາມດີ ຂອງປະທານສຸພານຸວົງ ຕະຫຼອດໄລຍະ ຜ່ານມາ ແລະ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບສາຍພົວພັນການທູດລາວ-ຫວຽດ, ຄວາມສໍາຄັນຂອງວັນເຊັນນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ, ທັງໜົດນີ້ກໍ່ເພື່ອເເນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມນໍາເອົາເນື້ອດັ່ງໄປໜູນໃຊ້ເຂົ້າໃນໜ້າທີ່ວຽກງານ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ ເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ບົນພື້ນຖານການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃຫມ່.
……………………
ຂ່າວ: ສິດທິພອນ ທີແກ້ວ
#News.XBL

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa