
ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະກຳມະການປົກຄອງເມືອງປາກລາຍ ແຂວງໄຊຍະບູລີ ໃນຄັ້ງວັນທີ 12 ພະຈິກ 2025ເພື່ອເປັນການສ້າງຂະບວນການຂ່ໍານັບຮັບຕ້ອນວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ຈະມາເຖິງນີ້. ດັ່ງນັ້ນ ໃນວັນທີ 27 ພະຈິກ 2025 ຄະນະໂຄສະນາອົບຮົມ ແລະ ຄະນະຈັດຕັ້ງເມືອງປາກລາຍ ຈຶ່ງໄດ້ອອກແຮງສ້າງຂະບວນການຕ້ອນຮັບວັນສຳຄັນດັ່ງກ່າວ ໂດຍການນຳພາຂອງທ່ານ ນາງ ລັດສະໝີ ແສງຈັນ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີພະນັກງານສະມາຊິກພັກພາຍໃນສອງຫ້ອງການ ແລະ ຊາວໜຸ່ມຈາກຄ້າຍທະຫານກອງຮ້ອຍ ຄໍ 26 ຈໍານວນ 6 ສະຫາຍເຂົ້າຮ່ວມ.
ທ່ານ ນາງ ລັດສະໝີ ແສງຈັນ ຫົວໜ້າຄະນະໂຄສະນາອົບຮົມເມືອງປາກລາຍ ໄດ້ກ່າວວ່າ: ການສ້າງຂະບວນການໃນເທື່ອນີ້ ແມ່ນໄດ້ພ້ອມກັນອານາໄມຕັດກິ່ງໄມ້, ຕັດຫຍ້າອອກຈາກຂອບເຂດເສັ້ນທາງເຂົ້າຫ້ອງການ ແລະ ຂອບເຂດບໍລິເວນຮັບຜິດຊອບຂອງຕົນ ເພື່ອເປັນການຂະບວນການຂ່ໍານັບຮັບຕ້ອນວັນສໍາຄັນຂອງຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນຕໍ່ໜ້ານີ້; ພ້ອມດຽວກັນນັ້ນ, ກໍ່ເປັນການຮັດແຫນ້ນຄວາມສາ ມັກຄີພາຍໃນລະຫວ່າງຄະນະໂຄສະນາອົບຮົມ, ຄະນະຈັດຕັ້ງເມືອງ ແລະ ຄ້າຍທະຫານກອງຮ້ອຍ ຄໍ 26 ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ມີຄວາມສາມັກຄີແຫນ້ນແຟ້ນ. ເພື່ອເຮັດການສັນຈອນໄປມາໃຫ້ມີຄວາມສະດວກຫຼາຍຂຶ້ນຕໍ່ການສັນຈອນໄປມາ ແລະ ເພື່ອຄວາມສະອາດງາມຕາ.
ຂ່າວພາບ: ນັກຂ່າວເມືອງປາກລາຍ