ກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກລາຍ ແຂວງໄຊຍະບູລີຄັ້ງທີ 2 ສະໄໝທີ IX ຈັດຂື້ນໃນວັນທີ 29-30 ເມສາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງພາຍໃຕ້ການເປັນປະທານຂອງສະຫາຍ ຄໍາຝັ້ນ ວົງສະຫວັນ ເລຂາພັກເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ມີບັນດາສະຫາຍຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ-ຄະນະໜ່ວຍພັກ, ສຳນັກງານ, ອົງການ, ເລຂາໜ່ວຍພັກໂຮງຮຽນ, ບ້ານເທດສະບານ, ລັດວິສາຫະກິດເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ຄໍາຝັ້ນ ວົງສະຫວັນ ເລຂາຄະນະບໍລິຫານງານພັກເມືອງໄດ້ກ່າວຈຸດປະສົງພ້ອມທັງກ່າວເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 2 ສະໄໝທີ IX ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້ຄະນະຮັບຜິດຊອບຂັ້ນເມືອງໄດ້ປ່ຽນກັນຜ່ານເອກະສານສຳຄັນຄື: ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງໄຊຍະບູລີ ເລກທີ 191/ຄພຂ ລົງວັນທີ 22 ເມສາ 2025 ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກເມືອງປາກລາຍ,ຜູ້ແທນສົມບູນ-ສໍາຮອງ,ຄະນະປະຈໍາພັກເມືອງ,ເລຂາ-ຮອງເລຂາ,ປະທານ-ຮອງປະທານກວດກາ ສະໄໝທີ IX ,ຮ່າງແຜນດໍາເນີນງານ 5 ປີ ຂອງຄະນະບໍລິຫານງານພັກເມືອງສະໄໝທີ IX ,ຮ່າງແຜນດໍາເນີນງານຂອງຄະນະບໍລິຫານງານພັກເມືອງ ປະຈໍາປີ 2025, ຮ່າງຂໍ້ກໍານົດວ່າດ້ວຍລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກເມືອງສະໄໝທີ IX,ຮ່າງຂໍ້ກໍານົດວ່າດ້ວຍລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງເມືອງ ແລະ ຮ່າງມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກເມືອງ ຈາກນັ້ນ ປະທານກອງປະຊຸມມີຄໍາເຫັນເຈາະຈີ້ມບັນດາສະຫາຍຜູ້ແທນກອງປະຊຸມປະກອບຄໍາຄິດຄໍາເຫັນ ເພື່ອຄວາມເປັນເອກະພາບກັນ ໃນການກໍານົດໃສ່ໂຄງຮ່າງດໍາເນີນງານ ແລະ ຂອບເຂດຄວາມຮັບຜິດຊອບ ຂອງຄະນະບໍລິຫານງານພັກເມືອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສໍາເລັດ.
……………
ຂ່າວ: ຖວທ ເມືອງປາກລາຍ