
…………………………….
ເມືອງປາກລາຍ ແຂວງໄຊຍະບູລີ ສໍາເລັດການຝືກອົບຮົມກ່ຽວກັບວຽກງານປ້ອງກັນແລະຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ກັບຄະນະກຳມະການປົກປ້ອງສິດແລະຜົນປະໂຫຍດຂອງເດັກຂັ້ນເມືອງແລະຕາໜ່າງປ້ອງກັນສິດແລະຜົນປະໂຫຍດຂອງເດັກຂັ້ນບ້ານ ໃນຄັ້ງວັນທີ 9-11 ກຸມພາ 2026 ທີ່ຫ້ອງປະຊຸມຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມແຂວງ,ມີຮອງຫົວໜ້າພະແນກຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ມີຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງພ້ອມມີບັນດາທ່ານທິມງານຄູຝຶກຈາກກະຊວງແຮງງານ , ທິມງານຂອງແຂວງ,ຂອງເມືອງ ຕະຫຼອດຮອດເປົ້າໝາຍນັກສຳມະນາກອນຈາກ 10 ບ້ານຂອງເມືອງປາກລາຍເຂົ້າຮ່ວມທັງໝົດ64ທ່ານ,ຍິງ24ທ່ານ.
ໃນພິທີທ່ານ ຄໍາແພງ ຈັນທະມີໄຊ ຮອງພະແນກຊ່ວຍເຫລືອຜູ້ເຄາະຮ້າຍຈາກການຄ້າມະນຸດກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂື້ນກ່າວບົດລາຍງານຜົນສຳເລັດຂອງການຝຶກອົບຮົບ ຕະຫຼອດໄລຍະ3ວັນຜ່ານມາ ນັກວິທະຍາກອນກໍ່ໄດ້ຜັດປ່ຽນກັນບັນລະຍາຍເອກະສານການຝຶກອົບຮົມຈຳນວນ10ເອກະສານ,ເຊີ່ງປະກອບມີຄື:1:ພາລະບົດບາດແລະຄວາມຮັບຜິດຊອບຂອງຕາໜ່າງປົກປ້ອງສິດແລະຜົນປະໂຫຍດຂອງເດັກ,2:ສິດທິພື້ນຖານຂອງເດັກ,3:ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ,4:ຂະບວນປົກປ້ອງແລະຊ່ວຍເຫຼືອເດັກ,5:ສະພາບການເຄື່ອນຍ້າຍແຮງງານຂອງພະນັກງານລາວໃນປະຈຸບັນ,6:ສະພາບການແລະຮູບແບບການຄ້າມະນຸດໃນປະຈຸບັນ,7:ອົງປະກອບແລະຮູບແບບຂອງການຄ້າມະນຸດ,8:ການກຳນົດເບື້ອງຕົ້ນແລະການເອົາຂໍ້ມູນເບື້ອງຕົ້ນຂອງຜູ້ຖືກເຄາະຮ້າຍ,9:ການຊ່ວຍເຫຼືອເບື້ອງຕົ້ນແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ,10:ສະຖານທີ່ໃຫ້ຄຳປືກສ່ແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ຫຼັງຈາກຜ່ານການຝຶກອົບຮົມໃນໄລຍະ3ວັນ ສາມາດຕີລາຄາຄວາມຮັບຮູ້,ຄວາມເຂົ້າໃຈຂອງນັກສຳມະນາກອນຕໍ່ການຝືກອົບຮົມໃນຄັ້ງນີ້ຄື:ພາລະບົດບາດແລະຄວາມຮັບຜິດຊອບຂອງຕາໜ່າງປົກປ້ອງສິດແລະຜົນປະໂຫຍດຂອງເດັກ76,6%,ສິດທິພື້ນຖານຂອງເດັກ80%,ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ82%,ຂະບວນການປົກປ້ອງແລະຊ່ວຍເຫຼືອເດັກ83,6%,ສະພາບການເຄື່ອນຍ້າຍແຮງງານຂອງແຮງງານລາວໃນປະຈຸບັນ80,4%. ສະພາບການແລະຮູບແບບຄ້າມະນຸດໃນປະຈຸບັນ80,4%,ອົງປະກອບແລະຮູບແບບຂອງການຄ້າມະນຸດ83,6%,ການກຳນົດເບື້ອງຕົ້ນແລະການເອົາຂໍ້ມູນເບື້ອງຕົ້ນຂອງຜູ້ຖືກເຄາະຮ້າຍ78,8%,ການຊ່ວຍເຫຼືອເບື້ອງຕົ້ນແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ84%,ສະຖານທີ່ໃຫ້ຄຳປືກສາແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ84,4%,ຈຸດປະສົງຂອງການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນຈະໄດ້ຮຽນຮູ້ກ່ຽວກັບບັນດາໜ້າວຽກຕ່າງໆຄື: ສະພາບລວມ, ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຕາໜ່າງປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ,ຄວາມຮູ້ພື້ນຖານກ່ຽວກັບສິດທິເດັກ,ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ,ການເຄື່ອນຍ້າຍແຮງງານແບບປອດໄພ,ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ,ຮູບແບບ ແລະ ມາດຕະການການລົງໂທດ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ. ຈະໄດ້ມີການຮຽນຮູ້ ບັນດາເອກະສານຕ່າງໆ, ສະພາບການ ແລະ ບາງເນື້ອໃນກົດໝາຍກ່ຽວຂ້ອງ ທີ່ສຳຄັນຈາກຄູຝຶກທີ່ມາຈາກສູນກາງ ທັງພົບປະແລກປ່ຽນຄໍາຄິດ-ຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອຄວາມເຂົ້າໃຈແຈ້ງ, ຮູ້ທັນ ກ່ຽວກັບວຽກງານການເຄື່ອນຍ້າຍແບບປອດໄພ, ສະພາບບັນຫາຂອງການຄ້າມະນຸດທີ່ເກີດຂື້ນ ຢູ່ພາຍໃນເມືອງກໍ່ຄືຂອບເຂດທົ່ວແຂວງ ແລະ ເປັນເອກະພາບກັນນຳໄປຈັດຕັ້ງປະຕິບັດ ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃນການປົກປ້ອງ, ຊ່ວຍເຫຼືອ ກຸ່ມເປົ້າໝາຍໃຫ້ໄດ້ຮັບການຍົກລະດັບ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ. ຕອນທ້າຍທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມແຂວງ ກໍ່ໄດ້ໃຫ້ກຽດມອບ ໃບຢັ້ງຢືນໃຫ້ນັກສຳມະນາກອນ ອີກດ້ວຍ.
ຂ່າວ-ພາບ:ນັກຂ່າວເມືອງປາກລາຍ