

ເມືອງປາກລາຍ ແຂວງໄຊຍະບູລີໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX ຂື້ນໃນລະຫວ່າງວັນທີ 11-12 ສິງຫາ 2025 ນີ້ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງພາຍໃຕ້ການເປັນປະທານຂອງສະຫາຍ ຄໍາຝັ້ນ ວົງສະຫວັນ ເລຂາຄະນະບໍລິຫານງານພັກເມືອງ ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ເພັດພິໄຊ ສູນວິໄລ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນແຂວງ ແລະ ຊີ້ນຳເມືອງປາກລາຍ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ມີຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ໂຮງຮຽນ, ໂຮງໝໍ ແລະ ເລຂາພັກບ້ານໃນທົ່ວເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາ ການຊີ້ນໍາ-ນໍາພາວຽກງານຮອບດ້ານ 6 ເດືອນຜ່ານມາ ແລະ ທິດທາງແຜນການ 6 ເດືອນໃນຕໍ່ໜ້າ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສະຫຼັບສັບຊ້ອນ ເວົ້າສະເພາະແຂວງໄຊຍະບູລີ ກໍ່ຄືເມືອງປາກລາຍໄດ້ປະເຊີນກັບບັນຫາຫຍຸ້ງຍາກຫຼາຍດ້ານເປັນຕົ້ນ: ດ້ານເສດຖະກິດ-ການເງິນ ບວກກັບສະພາບໄພເງິນເຟີ້, ເງິນກີບອ່ອນຄ່າ ລາຄາສິນຄ້າສູງຂຶ້ນ ແລະ ຜົນກະທົບຈາກໄພທໍາມະຊາດ ການລະບາດຂອງພະຍາດຕາມລະດູການ ແລະ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ທີ່ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການນຳພາ-ຊີ້ນຳຂອງຄະນະພັກ-ອົງການປົກຄອງຂັ້ນຕ່າງໆ ແຕ່ເຖິງຢ່າງໃດກໍຕາມດ້ວຍຄວາມເປັນເຈົ້າການຂອງຄະນະພັກຂັ້ນຕ່າງໆພວກເຮົາຍັງສາມາດຍາດໄດ້ສໍາເລັດໃນຫຼາຍດ້ານ ເຊິ່ງມັນສະແດງອອກ: ເຮັດໃຫ້ທົ່ວເມືອງປາກລາຍມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນໄລຍະ 6 ເດືອນຕົ້ນປີ ແມ່ນສາມາດຈັດເກັບລາຍຮັບໄດ້ 6,33 ຕື້ກີບ ເທົ່າກັບ 61,71% ຂອງແຜນການປີ, ຄຸ້ມຄອງລາຍຈ່າຍງົບປະມານປະຕິບັດໄດ້ 2,94 ຕື້ກີບ, ເທົ່າກັບ 62,47% ຂອງແຜນການປີ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາຢ່າງຕັ້ງໜ້າ, ປັບປຸງພື້ນຖານໂຄງລ່າງອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ແນໃສ່ຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ ພ້ອມທັງຊອກຫາໂຮງງານຮອງຮັບສິນຄ້າ; ໄປຄຽງຄູ່ກັບການເອົາໃຈໃສ່ເຝົ້າລະວັງການລະບາດຕາມລະດູການ ພະຍາດສັດ, ສັດຕູພືດຕ່າງໆ , ວຽກງານວັດທະນະທໍາ-ສັງຄົມ: ຄະນະພັກທຸກຂັ້ນໄດ້ສຸມໃສ່ບັນຈຸສັບຊ້ອນຈັດວາງຄູ-ອາຈານ ຢູ່ແຕ່ລະໂຮງຮຽນໃຫ້ເໝາະສົມ ແລະ ປະຕິບັດນະໂຍບາຍສະໜອງອັດຕາກິນໃຫ້ນັກຮຽນເຂດຫ່າງໄກສອກຫຼີກທີ່ນອນຫໍພັກ, ລົງລະດົມ, ກະຕຸກຊຸກຍູ້ໃຫ້ນ້ອງນັກຮຽນໄດ້ເຂົ້າຮຽນ ແລະ ຫຼຸດຜ່ອນການປະລະການຮຽນຫຼາຍຂື້ນ, ພ້ອມກັນນີ້ໄດ້ສຸມໃສ່ປະຕິບັດຄາດໝາຍດ້ານການສຶກສາ 16 ຄາດໝາຍ 20ຕົວຊີ້ບອກ ຊື່ງໄດ້ບັນລຸແລ້ວ 15 ຕົວຊີ້ບອກ ແລະ ຍັງບໍ່ບັນລຸ 5 ຕົວຊີ້ບອກ;ໄດ້ສຸມໃສ່ນໍາພາໂຄສະນາສຸຂະສຶກສາສຸຂະພາບ, ປັບປຸງໂຮງໝໍຊຸມຊົນ, ສຸກສາລາ ທາງດ້ານການບໍລິການ, ຍົກສູງຄວາມຮັບຜິດຊອບ, ຈັນຍາບັນຈັນຍາທໍາຂອງແພດໝໍ ໂດຍປະຕິບັດຕາມນະໂຍບາຍ 5 ດີ 1 ພໍໃຈ, ຕິດພັນກັບການສະກັດກັ້ນ-ຕອບໂຕ້ການລະບາດຂອງພະຍາດຕ່າງໆຕາມລະດູການ; ໄດ້ເອົາໃຈໃສ່ໃນການປະຕິບັດບັນດາຄາດໝາຍຕົວຊີ້ບອກ ເຊີ່ງສາມາດບັນລຸ 10 ຄາດໝາຍ ແລະ ຍັງບໍ່ທັນບັນລຸ 1 ຄາດໝາຍ.ໃນໂອ້ກາດນີ້, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນເພຶ່ອພ້ອມກັນຊອກກາວິທີແກ້ໄຂບັນດາດ້ານທີ່ຍັງຄົງຄ້າງ ແລະ ປະກົດການຫຍໍ້ທໍ້ດ້ານຕ່າງທີ່ເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງ.
ຕອນທ້າຍຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກສະຫາຍ ເພັດພິໄຊ ສູນວິໄລ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນແຂວງ ແລະ ຊີ້ນຳເມືອງປາກລາຍຕຶ່ມອີກ.
ຂ່າວ: ຖວທ ເມືອງປາກລາຍ