ເມືອງປາກລາຍ ແຂວງໄຊຍະບູລີ ທາບທາມບຸກຄະລາກອນຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຮອບທີ I

ກອງປະຊຸມທາບທາມບຸກຄະລາກອນຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ຮອບທີ I ຈັດຂື້ນໃນຕອນເຊົ້າວັນທີ 14 ສີງຫາ2025 ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເພັດພິໄຊ ສູນວິໄລ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງ, ກໍາມະການປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະທິມງານຂອງແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງອ້ອມ ຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຄຳຝັ້ນ ວົງສະຫວັນ ເລຂາຄະນະບໍລິຫານງານພັກເມືອງປາກລາຍ ກໍ່ໄດ້ຂື້ນກ່າວຕ້ອນຮັບ ແລະ ລາຍງານສະພາບເສດຖະກິດສັງຄົມຂອງເມືອງໂດຍສັງເຂບຕໍ່ກອງປະຊຸມ.

ສະຫາຍ ເພັດພິໄຊ ສູນວິໄລ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ການດຳເນີນກອງປະຊູມທາບທາມຄັ້ງນີ້ເພື່ອກວດກາຕີລາຄາ ການນໍາພາຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງ ທີ VII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຂອງຂັ້ນຕົນ, ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສໍາເລັດ ແລະ ຈຸດອ່ອນຂໍ້ ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃຫ້ໄດ້ຮັບການປັບປຸງແກ້ໄຂ, ຈາກນັ້ນກໍຕ້ອງກໍານົດ ທິດທາງຫນ້າທີ່, ແຜນພັດທະນາເສດຖະກິດ-ສັງຄົມ ໃນຕໍ່ຫນ້າໃຫ້ຖືກຕ້ອງສອດຄ່ອງກັບຄວາມມຸ້ງມາດປາຖະຫນາຂອງປະຊາຊົນບັນດາເຜົ່າ. ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ປະກອບເຂົ້າ ໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງ, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານຂອງຂະແຫນງການທ້ອງຖິ່ນ, ສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການ ເມືອງໃນໄລຍະໃຫມ່ ແລະ ເພື່ອສ້າງຄວາມເຊື່ອຫມັ້ນ, ຕໍ່ການນໍາພາຂອງຄະນະພັກແຕ່ລະຂັ້ນ. ເພື່ອຍູ້ຂະບວນການຮອບດ້ານ, ແຂ່ງຂັນຮັກຊາດ ແລະ ພັດທະນາໃນທົ່ວອົງຄະນະພັກ, ທົ່ວກຳລັງປະກອບອາວຸດ, ພະນັກງານ- ລັດຖະກອນ ແລະ ປະຊາຊົນຊັ້ນຄົນຕ່າງໆ ທຸກສາຂາອາຊີບດ້ວຍຈິດໃຈຟົດຟື້ນຕໍ່ເນື່ອງ, ການຜະລິດເປັນສິນຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ອື່ນໆ.

ຈາກນັ້ນ ສະຫາຍ ພອນສະຫວັນ ແສນທຳ ຮອງປະທານຄະນະກຳມະການກວດກາພັກແຂວງ ກໍ່ໄດ້ຂື້ນຜ່ານມາດຕະຖານ, ເງື່ອນໄຂ ຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝ VIII ພ້ອມທັງແນະນຳວິທີການທາບທາມ ແລະ ດຳເນີນການທາບທາມ.

ຂ່າວ: ເມືອງປາກລາຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa