

ການນຳຂອງເມືອງພຽງ ແຂວງໄຊຍະບູລີພ້ອມດ້ວຍບັນດາພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດໄດ້ເຂົ້າວ່າງກະຕ່າດອກໄມ້ທີ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ຂອງເມືອງໃນຕ້ອນເຊົ້າວັນທີ 1 ເມສາ 2026 ເນື້ອງໃນໂອ້ກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 65 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ ຂື້ນ ແລະ ໄດ້ປາຖະກະຖາ 2 ວັນດັ່ງກ່າວຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມ ແລະ ໃຫ້ກຽດປາຖະກະຖາຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ພະນັກງານ ທະຫານ ຕຳຫຼວດ ພ້ອມດ້ວຍ ສະມາຊິກຊາວໜຸ່ມ ໃນທົ່ວເມືອງເຂົ້າຮ່ວມຮັບຟັງ ການປາຖະກະຖາໃນຄັ້ງນີ້ໄດ້ຍົກໃຫ້ເຫັນເຖີງປະຫວັດແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ໄຊຊະນະອັນໃຫຍ່ຫຼວງລວມເຖີງບັນດາຜົນງານອັນຍິງໃຫຍາທີ່ພົ້ນເດັນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຜົນງານອັນຍິງໃຫຍ່ຂອງຊາວໜຸ່ມປະຊາຊົນປະຕິວັດລາວໃນແຕ່ລະໄລຍະຜ່ານມາ ຈຸດປະສົງກໍ່ເພຶ່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ນ້ຳໃຈເສຍສະຫຼະອົງອາດ ເດັດດຽວໜຽວແໜ້ນ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງຂອງກຳລັງປ້ອງກັນຄວາມສະຫງົບຕະຫຼອດໄລຍະ 65 ປີຜ່ານມາ ເພຶ່ອຊຸກຍູ້ຂະບວນການວຽກງານໃຫ້ແຂງແຮງເລີກເຊິ່ງຮອບດ້ານເປັນຂະບວນການຟົດຝື້ນກວ້າງຂວ້າງ ຍົກສູງຈິດໃຈຮັກຊາດ ຮັກລະບອບໃໝ່ ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີແນ່ໃສ່ປັບປຸງກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໃສໜັກແໜ້ນມີຈັນຍາບັນ ແລະ ມີແບບແຜນທີ່ທັນສະໄໝເປັນກຳລັງທີ່ມາຈາກປະຊາຊົນໂດຍປະຊາຊົນ ແລະ ເພຶ່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ເພີມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ປຸກລະດົມກຳລັງແຮງ ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຄວາມສຫງົບທົ່ວປ່ວງຊົນຮອບດ້ານຕິດພັນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສຳເລັດທັງເປັນການປຸກລະດົມກຳລັງຊາວໜຸ່ມໄວໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ພ້ອມກັນປະກອບສ່ວນເຂົ້າໃນ 2 ໜ້າທີ່ຍຸດທະສາດກໍ່ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຍຸດຢັ້ງ.