

ເມືອງພຽງ ແຂວງໄຊຍະບູລີຈັດພິທີມອບ – ຮັບ ສອງອາຄານຮຽນຫຼັງໃໝ່ຈາກມູນນິທິເກື້ອຝັນເດັກຄື: ໂຮງຮຽນອານຸບານບ້ານດົງເງີນແລະໂຮງຮຽນປະຖົມໂພນບ້ານສະອາດ ໃນວັນທີ 12-13 ພະຈິກ 2025. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ,ມີທ່ານ ມາກ ໂທມາດສ ເຈນີ ປະທານຜູ້ກໍ່ສ້າງ ມູນນິທິ ເກື້ອຝັນເດັກ, ມີທ່ານ ວໍເທີ ວິວເເຮມ ເເວລີ, ທ່ານ ນ.ສູ່ສານ ເອີດສຸລາ ແຊກ ຜູ້ໃຫ້ທືນການຊ່ວຍເຫຼືອ,ມີທ່ານ ນ.ສຸພັດຕຣາ ມາດຕາກຸນ ຫົວໜ້າຫ້ອງການມູນນິທິ ເກື້ອຝັນເດັກປະຈຳ ສປປລາວ ,ມີບັນດາຮອງປະທານຄະນະກຳມະການປົກຄອງເມືອງ,ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ,ຫ້ອງການສຶກສາທິການ ແລະ ກິລາເມືອງ,ບໍລິສັດຜູ້ຮັບ ເໝົາກໍ່ສ້າງ,ອົງການຈັດຕັ້ງບ້ານເຂດບໍລິການ, ຄະນະພັດພະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ – ແມ່ນັກຮຽນ,ແຂກຖືກເຊີນ, ຕະຫຼອດຮອດພະນັກງານ, ຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ສຳລັບການກໍ່ສ້າງຂອງສອງໂຮງຮຽນທີ່ໄດ້ຮັບທືນຂອງມູນນິທິ ເກື້ອຝັນເດັກຢູ່ເມືອງພຽງໃນຄັ້ງນີ້ ໂຮງຮຽນອານຸບານ ບ້ານດົງເງິນໄດ້ຮັບເໝົາກໍ່ສ້າງໂດຍບໍລິສັດ ພຸດລືໄຊກໍ່ສ້າງແລະສ້ອມແປງເຄຫາສະຖານຈຳກັດຜູ້ດຽວເຊິ່ງໄດ້ເຊັນສັນຍາໃນວັນທີ 27 ກໍລະກົດ2024 ແລະ ມາຮອດ 25 ມີນາ 2025ແມ່ນໄດ້ສຳເລັດການກໍ່ສ້າງຮ້ອຍສ່ວນຮ້ອຍ ລວມເປັນເວລາ 7 ເດືອນ,ເປັນອາຄາຄານຮຽນ ຊັ້ນດຽວຂະໜາດຍາວ 35 ແມັດ ກວ້າງ 8 ແມັດ,ລະບຽງ 2 ແມັດ, ມຸງດ້ວຍກະເບື້ອງ,ໂຄງສ້າງເບຕົງເສີມເຫຼັກ,ກໍ່ດ້ວຍດິນຈີ່ ແລະເທດ້ວຍເບຕົງ,ລວມມີ 3 ຫ້ອງຮຽນ,ມີ1ຫ້ອງການ,ມີ 1 ຫ້ອງສາງ ແລະ 3 ຫ້ອງນ້ຳ ພ້ອມອຸປະກອນໄຟຟ້າແລະລະບົບນ້ຳພ້ອມອຸປະກອນອື່ນໆທີ່ພ້ອມອຳນວຍຄວາມສະດວກລວມມູນຄ່າການກໍ່ສ້າງທັງໝົດ1,270,000,000 ກີບ.ໃນນັ້ນທຶນສົມທົບຂອງປະຊາຊົນ 50 ກວ່າລ້ານກີບ.ສຳລັບໂຮງຮຽນປະຖົມໂພນສະອາດແມ່ນໄດ້ຮັບເໝົາກໍ່ສ້າງໂດຍບໍລິສັດເອັນແອວເອສ ສຳຫຼວດອອກແບບແລະປຶກສາການກໍ່ສ້າງຈຳກັດຜູ້ດຽວ.ເຊິ່ງຜູ້ຮັບເໝົາໄດ້ປະຕິບັດໂຄງການກໍ່ສ້າງສຳເລັດ 100% ຕາມບົດບັນທືກກວດກາຄັ້ງສຸດທ້າຍ ເປັນເວລາ 9 ເດືອນເຊິ່ງ ເປັນອາຄານຊັ້ນດຽວມຸງດ້ວຍກະເບື້ອງ,ໂຄງສ້າງເບຕົງເສີມເຫຼັກ,ກໍ່ດ້ວຍດິນຈີ່ ແລະເທດ້ວຍເບຕົງ ຂະໜາດ 6×8 ແມັດໃນນີ້ລະບຽ່ງ ກວ້າງ 2 ແມັດ ຄວາມຍາວອາຄານ 42 ແມັດ ມີ 6 ຫ້ອງຮຽນ ແລະ ຫ້ອງນໍ້າ 1 ຫຼັງມີ 4 ຫ້ອງ,ກະດານ 6 ແຜ່ນ, ໂຕະ-ຕັ່ງນັກຮຽນ 120 ຊຸດ ຕູ້ເອກະສານ 6 ໝ່ວຍ ແລະໂຕະ-ຕັ່ງຄູ 6 ຊຸດ.ໂດຍໄດ້ປະຕິບັດຖືກຕ້ອງຕາມແຜນຜັງ, ຂໍ້ກຳນົດເຕັກນິກ, ແຜນປະຕິບັດງານ, ຄຳສັ່ງປ່ຽນແປງທີ່ຖືກຮັບຮອງແລະວຽກງານອື່ນໆທີກ່ຽວພັນກັບສັນຍາທຸກປະການ ລວມມູນຄ່າການກໍ່ສ້າງທັງໝົດ1,270,000,000 ກວ່າກີບ.ໃນນັ້ນທຶນສົມທົບຂອງປະຊາຊົນ 70 ລ້ານກວ່າກີບ.ແລະໃນວັນທີ 12-13 ພະຈິກ 2025 ນີ້ກໍ່ໄດ້ຈັດພິທີມອບຮັບຢ່າງເປັນທາງການເຊິ່ງໃນພິທີ ທ່ານ ມາກ ໂທມາດສ ເຈນີ ປະທານມູນນິທິເກື້ອຝັນເດັກ ໄດ້ໃຫ້ກຽດຂຶ້ນກ່າວມອບ ອາຄານຮຽນ ໃຫ້ ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທ່ານ ສີທັດ ພຸຍແກ້ວ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງໄດ້ໃຫ້ກຽດຂຶ້ນກ່າວຮັບ ແລະ ມອບໃຫ້ຜູ່ອໍານວຍການເພື່ອນຳໃຊ້ໂຮງຮຽນຕໍ່ໄປ ພ້ອມທັງໄດ້ມີພິທີມອບ-ຮັບກະແຈຂອງສອງໂຮງຮຽນຢ່າງເປັນທາງການ ໂດຍມີການຈັດຕັ້ງທຸກພາກສ່ວນທີ່ເຂົ້າຮ່ວມ ເປັນສັກຂີພະຍານພ້ອມນັ້ນທາງທີມງານມູນນິທິ ແລະ ຜູ້ທີ່ໃຫ້ທຶນການກໍ່ສ້າງອາຄານຮຽນຍັງໄດ້ມອບອຸປະກອນການຮຽນໃຫ້ນ້ອງນັກຮຽນ ແລະ ຄູອາຈານຈຳນວນໜຶ່ງໃນຄັ້ງນີ້ຕື່ມອີກແລະໃນໂອກາດນີ້ ເພື່ອເປັນການສົມມະນາບຸນຄຸນຕໍ່ ມູນນິທິ ແລະ ຜູ້ທີ່ໃຫ້ທຶນການກໍ່ສ້າງອາຄານຮຽນໃນຄັ້ງນີ້ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານປະທານ ຄະນະກຳມະການປົກຄອງເມືອງ ວ່າດ້ວຍການຍ້ອງຍໍບຸກຄົ້ນ ຫຼື ອົງການ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປຸກສ້າງອາຄານຮຽນ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ກັບປະທານມູນນິທິເກື້ອຝັນເດັກພ້ອມດ້ວຍທີມງານ ແລະທຸກພາກສ່ວນທີ່ມີຜົນງານດີເດັ່ນປະກອບສ່ວນໃນຄັ້ງນີ້ ໂດຍການເປັນກຽດມອບໃບຍ້ອງຍໍຂອງ ທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງແລະໃນພິທີທີມີຄວາມໝາຍຄວາມສຳຄັນນີ້ ຄະນະນໍາພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ,ບັນດາທ່ານນາຍບ້ານທີ່ໄດ້ຮັບທືນຂອງມູນນິທິເກື້ອຝັນເດັກໄດ້ມອບຂອງຂັວນທິລະນຶກຈາກບ້ານໃຫ້ທາງທິມງານ,ພ້ອມນັ້ນທາງຕາງໜ້າອົງການປົກຄອງເມືອງໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງມູນນິທິທີ່ໄດ້ໃຫ້ການຊ່ວຍເຫຼືອເມືອງພຽງກໍ່ຄືໂຮງຮຽນທີ່ໄດ້ສະຫຼະເວລາຕະຫຼອດຮອດວັດຖຸ,ປັດໃຈ ອັນມີຄຸນຄ່າມາຊຸກຍູ້ຊ່ວຍເຫຼືອແກ່ເມືອງພຽງຕະຫຼອດມາເຮັດໃຫ້ລູກຫຼານຂອງທີເປັນອານາຄົດຂອງປະເທດຊາດໄດ້ມີໂອກາດເຂົ້າຮຽນຕາມຄວາມມຸ້ງຫວັງແລະມີຄວາມສະດວກສະບາຍດີຂື້ນໂດຍສະເພາະ ແມ່ນການສະໜັບສະໜູນພັດທະນາວຽກງານການສຶກຂອງເມືອງໃຫ້ມີບາດກ້າວຂະຫຍາຍຕົວແລະໄດ້ການພັດທະນາດີຂື້ນ.ແລະໃນໂອກາດທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນນີ້ໃນພິທີມອບ-ຮັບຄະນະປະທານພ້ອມແຂກເຂົ້າຮ່ວມໄດ້ຮ່ວມກັນຕັດແຖບຜ້າເປີດປ້າຍໂຮງຮຽນການນຳໃຊ້ໂຮງຮຽນໃນຄັ້ງນີ້ຢ່າງເປັນທາງການຈາກນັ້ນຍັງໄດ້ຈັດກິດຈະກຳຕ່າງໆເປັນຕົ້ນແມ່ນພິທີບາຍສີສູ່ຂັວນ,ຮ່ວມພາເຂົ້າສາມັກຄີແລະການຮັບຊົມການສະແດງສີລະປະວັນນະຄະດີຂອງນ້ອງນັກຮຽນແຕ່ລະໂຮງຮຽນເພື່ອສະແດງເຖິງຄວາມຮູ້ບຸນຄຸນຂອງມູນນິທິເກື້ອຝັນເດັກ ແລະ ຜູ້ໃຫ້ທຶນຢ່າງມີບັນຍາກາດເບີກບານມ່ວນຊື່ນຕື່ມອີກ.
ໂດຍ: ແສງສຸດາ ກິ່ງສະຫວັດ.