ເມືອງພຽງ ແຂວງໄຊຍະບູລີ ທາບທາມບຸກຄະລາກອນທີ່ຈະອອກຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝ VIII ຮອບທີ 1.

ເມືອງພຽງ ແຂວງໄຊຍະບູລີຈັດກອງປະຊຸມ ທາບທາມບຸກຄະລາກອນທີ່ຈະອອກຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝ VIII ຮອບທີ 1 ໃນວັນທີ 14 ສິງຫາ 2025ທີຫ້ອງປະຊຸມຂອງເມືອງໂດຍການໃຫ້ກຽດເປັນປະທານກອງປະຊຸມຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ,ເຂົ້າຮ່ວມມີສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງເລຂາພັກເມືອງໆພຽງ,ມີບັນດາທິມງານຂອງສູນກາງ,ທິມງານຂອງແຂວງ,ບັນດາຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າ, ຮອງຫ້ອງການ,ອົງການ,ກົມກອງ,ພ້ອມສະມາຊິກພັກສົມບູນທີ່ມີຕຳ ແໜ່ງຂັ້ນບໍລິຫານຂັ້ນຮອງຫ້ອງການແລະທຽບເທົ່າຂອງເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານມາດຕະຖານ, ເງື່ອນໄຂ ຜູ້ທີ່ຈະອອກຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງແລະໃນໂອກາດນີ້ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມເພື່ອເປັນພື້ນຖານໃນການທາບທາມເອົາບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດແລະຄົບຖ້ວນຕາມມາດຕະຖານເງື່ອນໄຂເພື່ອບັນຈຸເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີໃຫ້ບັນລຸຕາມຄາດ  ໝາຍແລະໃນວາລະກອງປະຊຸມກໍ່ໄດ້ແນະນຳວິທີແບບຟອມທາບທາມພ້ອມທັງໄດ້ນຳພາດຳເນີນການທາບທາມບຸກຄະລາກອນໃນຮອບທີ 1 ໄດ້ສຳເລັດ.

ກອງປະຊຸມຄັ້ງນີ້ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີກໍ່ໄດ້ມີຄຳເຫັ້ນໂອ້ລົມຕໍ່ກອງປະຊຸມເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະນຳຂອງເມືອງຈົ່ງໄດ້ພ້ອມກັນສຸມໃສ່ສືບຕໍ່ຊີ້ນຳ-ນຳພາຂະບວນການດ້ານຕ່າງໆໂດຍສະເພາະແມ່ນວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບທົ່ວປວງຊົນ,ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ,ສືບຕໍ່ຍູ້ແຮງຂະບວນການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ແຂງແຮງລວມເຖິງການສ້າງຄອບຄົວຕົວແບບ ແລະຂະບວນການດ້ານຕ່າງໆຢ່າງແຂງແຮງເພື່ອກະກຽມຂ່ຳນັບຮັບຕ້ອນ ບັ້ນດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໄຊຍະບູລີ  ສະໄໝ VIII ໃຫ້ເປັນຂະບວນການຟົດຟື້ນຕື່ມອີກ.

ໂດຍ: ແສງສຸດາ ກິ່ງສະຫວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa