ເມືອງພຽງ ແຂວງໄຊຍະບູລີ ປະກາດສັບຊ້ອນ, ຍົກຍ້າຍບ່ອນປະຈຳການຂອງຄູ ແລະ ແຕ່ງຕັ້ງ ພະນັກງານທີ່ມີຕຳແໜ່ງບໍລິຫານລັດຂອງຂະແໜງການສຶກສາ ແລະ ກິລາ ພາຍໃນເມືອງ

ພິທີປະກາດສັບຊ້ອນ, ຍົກຍ້າຍບ່ອນປະຈຳການຂອງຄູ ແລະ  ແຕ່ງຕັ້ງ ພະນັກງານທີ່ມີຕຳແໜ່ງບໍລິຫານລັດຂອງຂະແໜງການສຶກສາ ແລະ ກິລາ ພາຍໃນເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 20 ສິງຫາ 2025 ທີຫ້ອງປະຊຸມຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ຄໍາພູບົວ ປະທານຄະນະກໍາມະການປົກຄອງເມືອງພຽງ,ມີຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ,ມີບັນດາທ່ານ ຫົວໜ້າ,ຮອງຫົວໜ້າຫ້ອງການ, ບັນດາທ່ານນາຍບ້ານ,ຜູ້ອໍານວຍການໂຮງຮຽນ,ໃນຂອບເຂດທົ່ວເມືອງ ພ້ອມດ້ວຍຄູ-ອາຈານຜູ້ຖຶກຍົກຍ້າຍ, ແຕ່ງຕັ້ງໃໝ່ເຂົ້າຮ່ວມ.

ໃນພິພິໄດ້ຮັບຟັງການຜ່ານຄຳແນະນຳກ່ຽວກັບການກະກຽມໄຂສົກຮຽນໃໝ່,ຄຳແນະນຳການຈັດຕັ້ງປະຕິບັດ ຄຳແນະນຳເລກທີ 501 ແລະຮັບຟັງຜ່ານຂໍ້ຕົກລົງຍົກຍ້າຍ, ແຕ່ງຕັ້ງ, ຕຳແໜ່ງບໍລິຫານລັດ ຂອງຂະແໜງການສຶກສາ ແລະ ກິລາພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການ ສັບຊ້ອນ,ຍົກຍ້າຍບ່ອນປະຈຳການຂອງຄູໂດຍອີງຕາມ ການຄົ້ນຄວ້າເຫັນດີ ເປັນເອກະພາບຂອງຄະນະຮັບຜິດຊອບ ສັບຊ້ອນ ຄູຂັ້ນເມືອງ ໃນລະຫວ່າງ ວັນທີ 14-15 ກໍລະກົດ 2025ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ສະເໜີມາຍັງ ຄະນະ ຕັ້ງເມືອງ ເພື່ອຄົ້ນຄວ້າ, ພິຈາລະນາ,ແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ ຜູ້ດໍາລົງຕໍາແຫນ່ງບໍລິຫານລັດ ຂອງຫ້ອງການ ສາທິການ ແລະ ກິລາເມືອງ ແລະ ໂຮງຮຽນ ຈໍານວນ 17 ທ່ານ ຍິງ 8 ທ່ານ ຄື:ແຕ່ງຕັ້ງໃຫມ່ 4 ທ່ານ ຍິງ 3 ທ່ານ,ສັບຊ້ອນ 3 ທ່ານ ຍິງ 3 ທ່ານ – ຍົກຍ້າຍ10 ທ່ານ ຍິງ 2 ທ່ານ ແລະ  ຄູສອນຖຶກຍົກຍ້າຍຈຳນວນຈຳນວນ 63 ທ່ານ ຍິງ 45 ທ່ານ.

ໃນໂອກາດພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ຄຳພັນ ຄຳພູບົວ ປະທານຄະນະກໍາມະການປົກຄອງເມືອງມີຄໍາເຫັນໂອ້ລົມຕໍ່ພິທີເຊິ່ງທ່ານໄດ້ຍົກໃຫ້ເຫັນກ່ຽວກັບຄວາມໝາຍຄວາມສຳຄັນໃນການແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍໃນຄັ້ງນີ້ກໍ່ຄືວຽກງານການສຶກສາແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນແນວທາງປ່ຽນແປງໃໝ່ຂອງພັກ-ລັດ ກໍ່ຄືຄວາມຮຽນຮ້ອງຕ້ອງການຄູສອນຕົວຈິງບັນຈຸເຂົ້າບາງໂຮງຮຽນທີ່ມີຄູບໍ່ພຽງພໍໃນປະຈຸບັນ.ພ້ອມທັງເນັ້ນໃຫ້ພະນັກງານຜູ້ທີ່ຖຶກແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍແຕ່ລະພາກສ່ວນຈົ່ງໄດ້ມີຄວາມຮັບຮູ້ເຂົ້າໃຈແຈ້ງ,ມີຄວາມເປັນເອກກະພາບສູງໃນການສືບຕໍ່ຈັດຕັ້ງປະຕິບັດໜ້າທີວິຊາສະເພາະຂອງຕົນພ້ອມກັນເພີ່ມຄວາມຮັບຜິດຊອບໃຫ້ຫຼາຍຂື້ນ ຜູ້ທີ່ຖຶກ ສັບຊ້ອນ, ຍົກຍ້າຍບ່ອນປະຈຳການໃນຄັ້ງນີ້ຈົ່ງໄດ້ຍົກສູງນ້ຳໃຈຮັບຜິດຊອບ,ມີຄວາມອົດອົດທົນຜ່ານຜ່າແລະພ້ອມກັນເຮັດສຳເລັດໜ້າທີຕາມການມອບໝາຍຂອງຂັ້ນເທິງມອບໝາຍໃຫ້.

ໂດຍ: ແສງສຸດາ ກິ່ງສະຫວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa