ເມືອງພຽງ ແຂວງໄຊຍະບູລີ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ.

ເພື່ອເປັນການຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (01 ກຸມພາ 1956 -01 ກຸມພາ 205) ແລະ ຜົນງານຂອງສະຫະພັນກຳມະບານເມືອງພຽງ ແຂວງໄຊຍະບູລີໃນໄລຍະຜ່ານມາ ໃນວັນທີ 31 ມັງກອນ 2025 ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວຢູ່ທີ່ຫ້ອງປະຊຸມຂອງເມືອງ, ໂດຍການເປັນກຽດເຂົ້າຮ່ວມ ແລະ ໃຫ້ກຽດປະຖະກະຖາຂອງທ່ານ ນາງດາວັນ ພະວົງຈິດ ຮອງເລຂາພັກເມືອງໆພຽງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ,ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງ, ຄະນະບໍລິຫານສະຫະພັນກຳມະບານເມືອງ,ຄະນະກຳມະບານຮາກຖານພ້ອມສະມາຊິກກຳມະບານພາຍໃນເມືອງເຂົ້າຮ່ວມ.

ໃນພິທີທ່ານ ນາງດາວັນ ພະວົງຈິດ ຮອງເລຂາພັກເມືອງໆພຽງ ໄດ້ໃຫ້ກຽດປາຖະກະຖາເລົ່າຄືນມູນເຊື້ອຂອງວັນສ້າງຕັ້ງສະຫະພັນກຳມະບານລາວ ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງສະພັນກຳມະບານລາວ ວັນທີ 01 ກຸມພາ 1956, ປະຫວັດຄວາມເປັນມາ ກໍຄືໄລຍະການຕໍ່ສູ້ກູ້ຊາດ ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າໃນເມື່ອກອນ, ຈຸດພິເສດ ເເລະ ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນລາວ ໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວ ໃນເມື່ອກ່ອນຈົນເຖິງ ປັດຈຸບັນ ເເລະ ສະຫະພັນກໍາມະບານແຕ່ລະຂັ້ນໄດ້ເສີມຂະຫຍາຍທາດແທ້ລັກສະນະອັນດີເລີດ, ມູນເຊື້ອອັນດີງາມ ຂອງກໍາມະກອນລາວ ບັນດາເຜົ່າໃນຕະຫຼອດໄລຍະ 69 ປີ, ໄດ້ທົບທວນຜົນງານຕົວຈິງ ຂອງສະຫະພັນກໍາມະບານ ໃນການເຄື່ອນໄຫວວຽກງານກໍາມະບານແຕ່ລະໄລຍະ ແລະ ຜົນງານພົ້ນເດັ່ນໃນຫນຶ່ງປີຜ່ານມາ.ຈຸດປະສົງກໍເພື່ອເປັນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ກໍາມະກອນ ເເລະ ຜູ້ອອກແຮງງານ ໄດ້ຮັບຮູ້ເຖິງຄວາມຫມາຍ ແລະ ຄວາມສໍາຄັນ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນກໍາມະບານລາວ ໃນໄລຍະໃຫມ່ ເຊິ່ງເປັນອົງການຈັດຕັ້ງທີ່ເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານ, ກໍາມະກອນ ເເລະ ຜູ້ອອກແຮງງານ ພ້ອມທັງເປັນການ ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນລາວ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ; ເປັນການປຸກລະດົມຂົນຂວາຍໂຄສະນາໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ, ທີ່ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດແຕ່ລະໄລຍະຈົນເຖິງປະຈຸບັນ ຂອງຊົນຊັ້ນກໍາມະກອນ ແລະ ຜົນງານການ ປະກອບສ່ວນເຂົ້າໃນການປົກປັກຮັກສາ ເເລະ ສ້າງສາພັດທະນາປະເທດຊາດ, ແນໃສ່ປູກຈິດສໍານຶກ ແລະ ຫວນຄືນມູນເຊື້ອອັນອົງອາດກ້າຫານ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ທີ່ໄດ້ຕັ້ງຫນ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍາມະບານລາວ ແລະ ປຸກລະດົມໃຫ້ສະມາຊິກກໍາມະບານຕັ້ງຫນ້າ ປະຕິບັດວຽກງານວິຊາສະເພາະ ຂອງຕົນ, ມີລະບຽບວິໄນໃນການອອກແຮງງານ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ທັງເປັນການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍບາຍ ຂອງພັກ, ກົດຫມາຍ, ລະບຽບການຂອງລັດ ແລະ ຂອງກໍາມະບານ ໃຫ້ສະມາຊິກກໍາມະບານ, ກໍາມະກອນ ເເລະ ຜູ້ອອກແຮງງານ ໃຫ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມສາມັກຄີແໜ້ນແຟ້ນ ຢູ່ອ້ອມຂ້າງພັກ.

ຂ່າວ-ພາບໂດຍ: ແສງສຸດາ ກິ່ງສະຫວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa