ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂື້ນໃນວັນທີ 20 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກຮາກຖານ, ອົງການຄະນະພັດທະນາຕາແສງ, ເລຂາໜ່ວຍພັກ, ຄະນະພັກ ສຳນັກງານ, ອົງການ, ກົມກອງ, ໂຮງຮຽນ ແລະ ບ້ານພ້ອມດ້ວຍລັດວິສາຫະກິດ, ໜ່ວຍບໍລິການທະນາຄານ, ສູນ 30 ເຮັກຕາ ແລະ ກອງເພືອນເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026, ຮັບຟັງການຜ່ານແຜນດຳເນີນງານປະຈຳປີ 2026 ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ IX ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ເຊິ່ງໃນໄລຍະ 1 ປີຜ່ານມາເມືອງພຽງແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ,ສັງຄົມໄດ້ມີຄວາມສະຫງົບປອດໄພໂດຍພື້ນຖານ,ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ເອົາໃຈໃສ່ຊີ້ນໍາກອງຫຼອນແຕ່ລະເຂດອອກເຄືອນໄຫວຂອບເຂດຄວາມຮັບຜີດຊອບພ້ອມທັງສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢ່າງຕັ້ງໜ້າໂດຍສະເພາະແມ່ນລົງຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍແກ້ໄຂ ບັນຫາຢາເສບຕິດຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນດ້ານຕ່າງໆ, ວຽກງານເສດຖະກິດໄດ້ສຸມໃສ່ໃນການຄົ້ນຄວ້າທ່າແຮງບົມຊ້ອນເຂົ້າໃນການພັດທະນາເສດຖະກິດຢ່າງຕັ້ງໜ້າເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວໃນລະດັບເກີບ 7 ສ່ວນຮ້ອຍຕໍ່ປີ, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸ 1,800 ກວ່າຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 28 ລ້ານກວ່າກີບຕໍ່ຄົນນຕໍ່ປີໂດຍສາມາດຈັດເກັບລາຍຮັບໄດ້ທັງໝົດ 7 ຕື້ກວ່າກີບ ລື່ນແຜນການປີ 20 ກວ່າສ່ວນຮ້ອຍ ສາມາດຜະລິດເຂົ້າໄດ້ທັງໝົດ 39 ພັນກວ່າໂຕ່ນ ສະເລ່ຍໃສ່ຫົວຄົນໄດ້ 600 ກວ່າກິໂລຕໍ່ຄົນຕໍ່ປີ ການປູກພືດເປັນສິນຄ້າປະຕິບັດໄດ້ 19 ພັນກວ່າເຮັກຕາ, ຜົນຜະລິິດໄດ້ທັງໝົດ 4 ແສນກວ່າໂຕ່ນ ການປູກພືດສະບຽງອາຫານປະຕິບັດໄດ້ 800 ກວ່າເຮັກຕາ ຜົນຜະລີດໄດ້4 ພັນ 7 ຮ້ອຍກວ່າໂຕ່ນ ການລ້ຽງສັດກໍ່ໄດ້ມີການຂະຫຍາຍຕົວ ສາມາດຕອບສະໜອງຊີ້ນ,ໄຂ່ ແລະ ປາ ສະເລ່ຍໃສ່ຫົວຄົນໜຶ່ງ 50 ກວ່າກິໂລຕໍ່ຄົນຕໍ່ປີ, ອັນພົ້ນເດັ່ນແມ່ນໄດ້ຊຸກຍູ້ປະຊາຊົນບັນດາເຜົ່າປະກອນສ່ວນທືນຮອນເຂົ້າໃນການກໍ່ສ້າງເສັ້ນທາງຊອຍເບຕົງຢູ່ພາຍໃນບ້ານຂອງຕົນໄດ້ທັງໝົດ 9 ບ້ານມີ 10 ເສັ້ນ, ຍາວ 2 ພັນກວ່າເເມັດ, ລວມມູນຄ່າ 2 ຕື້ກວ່າກີບ, ດ້ານວັດທະນະທຳສັງຄົມກໍ່ມີຫຼາຍດ້ານໄດ້ບັດລຸຕາມຄາດໝາຍ ແລະ ໃນໂອ້ກາດນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນເພຶ່ອພ້ອມກັນຊອກຫາວິທີແກ້ໄຂບັນດາດ້ານອ່ອນທີ່ຍັງຄົງຄ້າງ ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີໄດ້ມີຄຳເຫັນໂອ້ລົມສະຫາຍໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ກັບຜົນງານທີ່ຄະນະບໍລິຫານງານພັກເມືອງພຽງໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາພ້ອມທັງເໜັ້ນໃຫ້ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາທີ່ຖືກຕ້ອງຂອງພັກ, ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມເພຶ່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍ ຕາມແຜນຍຸດທະສາດຂອງເມືອງທີ່ວ່າ ສ້າງເມືອງພຽງ ໃຫ້ເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ໃນໂອ້ກາດດຽວກັນນີ້ກໍ່ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງກຳມະການພັກເມືອງ ຈຳນວນ 2 ສະຫາຍໂດຍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການອະນຸມັດຄະນະບໍລິຫານງານພັກເມືອງພຽງລາອອກຈາກການເປັນກຳມະການພັກເມືອງໂດຍເຫັນດີໃຫ້ສະຫາຍ ພົນ ຈັນທະລັງສີ ກຳມະການພັກເມືອງ ເລຂາໜ່ວຍພັກນາຍບ້ານໆ ນາແວນ ແລະ ສະຫາຍ ນ ຫຼ້າ ວົງສຸລິ ກຳມະການພັກເມືອງ ເລຂາໜ່ວຍພັກນາຍບ້ານໆໂພນສະອາດ ລາອອກຈາກການເປັນກຳມະການພັກເມືອງ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງກຳມະການພັກເມືອງໂດຍເຫັນດີບົ່ງຕົວແຕ່ງຕັ້ງສະຫາຍ ບຸນຍັງ ດວງດີ ຄະນະໜ່ວຍພັກ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ແລະ ສະຫາຍ ບຸນປອນ ສຸວັນນະລັກ ຄະນະໜ່ວຍພັກ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຂື້ນເປັນກຳມະການພັກເມືອງພຽງ.
ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ
