

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄຫມທີ IX ຂື້ນໃນວັນທີ 26 ມີນາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກຮາກຖານ, ອົງການຄະນະພັດທະນາຕາແສງ, ເລຂາໜ່ວຍພັກ, ຄະນະພັກ ສຳນັກງານ, ອົງການ, ກົມກອງ, ໂຮງຮຽນ ແລະ ບ້ານພ້ອມດ້ວຍລັດວິສາຫະກິດ, ໜ່ວຍບໍລິການທະນາຄານ, ສູນ 30 ເຮັກຕາ ແລະ ກອງເພືອນເຂົ້າຮ່ວມ ກອງປະຊຸມໄດ້ຮັບຟັງຜ່ານບົດຕີລາຄາການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານພັກເມືອງ ຄັ້ງທີ 5 ສະໄໝທີ IX, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນ ທ້າຍປີ 2026ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ເຊິ່ງໃນໄລຍະ ຜ່ານມາເມືອງພຽງແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ,ສັງຄົມໄດ້ມີຄວາມສະຫງົບປອດໄພໂດຍພື້ນຖານ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຊີ້ນໍາກອງຫຼອນແຕ່ລະເຂດອອກເຄືອນໄຫວຂອບເຂດຄວາມຮັບຜີດຊອບພ້ອມທັງຈັດຕັ້ງກໍາລັງປ້ອງກັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງກໍ່ຄືວັນສໍາຄັນຕ່າງໆຂອງຊາດຂອງພັກ, ເປີດອົບຮົມວຽກງານປ້ອງກັນຊາດ ປະຈໍາປີ 2026 ໃຫ້ນ້ອງນັກຮຽນຊັ້ນ ມໍ7 ທົ່ວເມືອງສໍາເລັດ, ອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2026 ໃຫ້ກໍາລັງປະຈໍາການກົມກອງ ແລະ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢ່າງຕັ້ງໜ້າ ດ້ານເສດຖະກິດ ອົງຄະນະພັກເມືອງໄດ້ສຸມໃສ່ໃນການຄົ້ນຄວ້າທ່າແຮງບົມຊ້ອນເຂົ້າໃນການພັດທະນາເສດຖະກິດຢ່າງຕັ້ງໜ້າເຊິ່ງສາມາດຈັດເກັບລາຍຮັບໄດ້ທັງໝົດ 3 ຕື້ກວ່າກີບເທົ່າກັບ 40 ກວ່າສ່ວນຮ້ອຍຂອງແຜນການປີ ຊຸກຍູ້ການຜະລີດເຂົ້ານາແຊງປະຕິບັດໄດ້890 ກວ່າເຮັກຕາ, ການຜະລີດພືດສະບຽງອາຫານ ປະຕິບັດໄດ້ 540 ກວ່າເຮັກຕາ ການຜະລິດພືດເປັນສິ້ນຄ້າປະຕິບັດໄດ້ 820 ກວ່າເຮັກຕາ, ດ້ານວັດທະນະທຳສັງຄົມກໍ່ມີຫຼາຍດ້ານໄດ້ບັດລຸຕາມຄາດໝາຍ ແລະ ໃນໂອ້ກາດນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນເພຶ່ອພ້ອມກັນຊອກຫາວິທີແກ້ໄຂບັນດາດ້ານອ່ອນທີ່ຍັງຄົງຄ້າງ ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີໄດ້ມີຄຳເຫັນໂອ້ລົມສະຫາຍໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ກັບຜົນງານທີ່ຄະນະບໍລິຫານງານພັກເມືອງພຽງໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາພ້ອມທັງເໜັ້ນໃຫ້ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາທີ່ຖືກຕ້ອງຂອງພັກ, ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມເພຶ່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍ ແລະ ໃນໂອ້ກາດດຽວກັນນີ້ກໍ່ໄດ້ມີພິທີປະກາດພະນັກງານຫຼັກແຫຼ່ງຂອງເມືອງເຂົ້າພັກການຮັບອຸດໜຸນບຳນານ ໂດຍໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງວ່າດ້ວຍການອານຸມັດໃຫ້ພະນັກງານລັດຖະກອນເຂົ້າຮັບອຸດໝຸນບຳນານໂດຍໄດ້ອານຸມັດໃຫ້ທ່ານ ທະວົນ ຄຳພູວົງ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງເມືອງອອກພັກການຮັບອຸດໝຸນບຳນານ