ເມືອງພຽງ ແຂວງໄຊຍະບູລີ ຮ່ວມພິທີຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ ແລະ ສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02 ທັນວາ 1975 – 02 ທັນວາ 2025).

ເມືອງພຽງ ແຂວງໄຊຍະບູລີ ຮ່ວມພິທີຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ ແລະ ສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02 ທັນວາ 1975 – 02 ທັນວາ 2025).ເຊິ່ງໄດ້ຈັດຂື້ນໃນວັນທີ 2 ທັນວາ 2025 ຢູ່ທີຫ້ອງປະຊຸມຂອງເມືອງ.ເຊິ່ງນຳພາໂດຍ ສະຫາຍ ບຸດສະກອນ ອິນທະລັງສີ ເລຂາພັກເມືອງໆພຽງ,ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສບໍານານ, ຫົວຫນ້າ, ຮອງຫ້ອງການ, ຫົວຫນ້າ 2 ກອງບັນຊາການ ແລະ ບັນດາສະມາຊິກພັກ,ພະນັກງານ,ທະຫານ,ຕຳຫຼວດພ້ອມບັນດາສະຫາຍເລຂາພັກບ້ານເຂດເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີໄດ້ຮັບຟັງການກ່າວສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປລ ລາວເຊິ່ງໄດ້ຍົກໃຫ້ເຫັນຄຸນສົມບັດສິນທໍາປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ບັນຜູ້ນຳ,ນັກຮົບວິລະຊົນໃນຂະບວນການຕໍ່ສູ້ກູ້ຊາດແລະໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃນເມື່ອກ່ອນຈົນເຖິງປັດຈຸບັນ.ສຳລັບການເຂົ້າຮ່ວມພິທີໃນຄັ້ງນີ້ກໍ່ເພື່ອເປັນການເຊື່ອມຊຶມທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດໃຫ້ການນຳ ພ້ອມສະມາຊິກພັກ,ພະນັກງານທຸກຂັ້ນ, ໃນເງື່ອນແນວທາງປ່ຽນແປງໃໝ່.ເຮັດໃຫ້ການນຳທຸກຂັ້ນ, ສະມາຊິກພັກ, ,ພະນັກງານ,ອົງການ,ກົມກອງຕ່າງໆໄດ້ເຊື່ອມຊຶມຮັບຮູ້ກ່ຽວກັບມູນເຊື້ອວິລະກໍາອັນລໍ້າເລີດ, ຜົນງານ, ຄຸນງາມຄວາມດີ ແລະ ຄຸນສົມບັດສິນທໍາປະຕິວັດຂອງຜູ້ນໍາລາວໃນເມື່ອກ່ອນ ເພື່ອເປັນແບບຢ່າງໃຫ້ແກ່ຄົນຮຸ່ນຫຼັງໄດ້ນໍາມາໝູນໃຊ້ເຂົ້າໃນພາລະກິດໄລຍະໃໝ່ຂອງພັກ-ຂອງຕົນເອງ ແລະ ໄດ້ຮັບຮູ້ເຖິງຄວາມເປັນມາ ການເຕີບໃຫ່ຍຂະຫຍາຍຕົວຂອງຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມຕະຫຼອດໄລຍະການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ເພື່ອປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຫ້ໝັ້ນຄົງ.

            ໂດຍ: ຂ່າວສານເມືອງພຽງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa