

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 16 /ນຍ ວ່າດ້ວຍການກວດກາສະກັດກັ້ນແລະການແກ້ໄຂການຂາຍຫວຍທີບໍ່ຖືກຕ້ອງຕາມກົດໝາຍ,ລະບຽບການແລະນິຕິກຳອື່ນໆທີ່ກ່ຽວຂ້ອງກັບຫວຍພັດທະນາ ເຊິ່ງໄດ້ຈັດຂື້ນໃນວັນທີ 31 ມີນາ 2026 ທີຫ້ອງປະຊຸມຂອງເມືອງໂດຍການເປັນປະທານຂອງທ່ານ ກອງໄຊ ໄຊຍະລາດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ,ມີທ່ານ ສຸກສະເຫຼີມ ເຮືອງຄຳໄຊ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີພ້ອມທິມງານຂອງແຂວງ, ມີບັນດາທ່ານຫົວຫນ້າຫ້ອງການ, 2 ກອງບັນຊາການ, ຄະນະພັດທະນາຕາແສງ, ສະມາຊິກສະພາປະຊາຊົນ ແຂວງ ປະຈໍາເມືອງພຽງ, ຄະນະຮັບຜິດຊອບຕິດຕາມ, ກວດກາ, ສະກັດກັ້ນ ແລະ ແກ້ໄຂການຈໍາຫນ່າຍ ຫວຍທີ່ບໍ່ຖຶກຕ້ອງຕາມລະບຽບການ ຫຼື ຫວຍເຖື່ອນ ຂັ້ນເມືອງ, ປກສ ກຸ່ມບ້ານ, ນາຍບ້ານເທດສະບານ ເມືອງ ແລະ ບັນດາຕົວແທນຈໍາຫນ່າຍຫວຍພັດທະນາພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຕາງໜ້າຄະນະສະເພາະກິດຂັ້ນເມືອງລາຍງານໃຫ້ຮູ້ເຖິງຂໍ້ສະດວກຂໍ້,ຫຍຸ້ງຍາກກ່ຽວກັບການຄຸ້ມຄອງວຽກງານຫວຍພັດທະນາໃນໄລຍະຜ່ານມາຍົກໃຫ້ເຫັນການຄຸ້ມຄອງກິດຈະການຫວຍ ບໍລິສັດລ ລັດວິສາຫະກິດຫວຍພັດທະນາ,ລວມຕົວແທນຈໍາໜ່າຍ ທັງໜົດ 3 ຕົວແທນຈໍາໜ່າຍ,ມີຈໍານວນເຄື່ອງຂາຍທັງໜົດ 108ເຄື່ອງ ຈໍາໜ່ຍຕົວຈິງມີ:88ເຄື່ອງໃນໄລຍະຜ່ານມາຕົວແທນຈໍາໜ່າຍຫວຍແຕ່ລະສາຂາໄດ້ເອົາໃຈໃສ່ປະຕິບັດລະບຽບກົດນາຍ ໃນການມອບພັນທະເຂົ້າງົບປະມານໄດ້ທ່ວງທັນກັບເວລາແລະ ຄົບຖ້ວນຕາມລະບຽບການ,ຈາກນັ້ນໄດ້ຮັບຟັງເຜີຍແຜ່ຄໍາສັ່ງເລກທີ 16/ນຍ ວ່າດ້ວຍການກວດກາ, ສະກັດກັ້ນ ແລະການແກ້ໄຂຫວຍທີ່ບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ. ຮັບຟັງເຜີຍແຜ່ ຄໍາແນະນໍາ ເລກທີ 322/ກງ ລົງວັນທີ 02 ຕຸລາ 2023;ກ່ຽວກັບການຄຸ້ມຄອງກິດຈະການຫວຍພັດທະນາ,ຮັບຟັງເຜີຍແຜ່ ຂໍ້ຕົກລົງສະບັບເລກທີ 02 /ອສ ລົງວັນທີ 30 ມັງກອນ 2023 ວ່າດ້ວຍເງື່ອນໄຂ ແລະ ມາດຖານຂອງວິສາຫະກິດ ຕົວແທນຈໍາຫນ່າຍ ແລະພັດທະນາເພື່ອເຮັດໃຫ້ທຸກພາກສ່ວນທີໄດ້ເຂົ້າຮ່ວມໃຫ້ຮັບຮູ້ເຂົ້າໃນເລິກເຊິ່ງມີຄວາມເປັນເອກະພາບແລະໂອກາດນີ້ບັນດາຜູ້ເຂົ້າຮ່ວມພ້ອມຕົວແທນຈໍາຫນ່າຍຫວຍພັດທະນາໄດ້ປະກອບຄຳຄິດຄໍາເຫັນ ແລະ ໄດ້ສະເໜີວິທີແກ້ໄຂບັນຫາວຽກຮ່ວມກັນເພື່ອພ້ອມກັນປັບປຸງແກ້ໄຂເຮັດໃຫ້ການຄຸ້ມຄອງກວດກາສະກັດກັ້ນແລະການແກ້ໄຂການຂາຍຫວຍທີບໍ່ຖືກຕ້ອງຕາມກົດໝາຍ,ລະບຽບການແລະນິຕິກຳອື່ນໆທີ່ກ່ຽວຂ້ອງກັບຫວຍພັດທະນາໃຫ້ໄດ້ຮັບຜົນດີ,ເຂັ້ມງວດຫັນສູ່ລະບຽບກົດໝາຍທີໄດ້ກຳນົດ.ໃນຕອນທ້າຍກອງປະຊຸມທ່ານ ກອງໄຊ ໄຊຍະລາດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງໄດ້ໂອ້ລົມຕໍ່ກອງປະຊຸມພ້ອມທັງເນັ້ນໃຫ້ຄະນະຮັບຜິດຊອບຂັ້ນຕ່າງເອົາໃຈໃສ່ກຳແໜ້ນບັນກດານິຕິກຳຕ່າງທີໄດ້ນຳມາເຜີຍແຜ່ໃນຄັ້ງນີ້ເພື່ອພ້ອມກັນກໍານົດລະບຽບຫຼັກການ, ການຈັດຕັ້ງ ການຄຸ້ມຄອງການເຄື່ອນໄຫວກິດຈະການຫວຍ ແລະ ກິດຈະການທີ່ຄ້າຍຄືກັບຫວຍທຸກປະເພດເພື່ອແນໃສ ເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວກິດຈະການຫວຍ ພັດທະນາ ເປັນເອກະ ພາບ, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ຖືກຕ້ອງ ຕາມກົດຫມາຍ ແລະ ລະບຽບການ.