
ວັນທີ 11 ທັນວາ 2025 ນີ້ ເມືອງຫົງສາ, ໄດ້ເປີດກອງປະຊຸມຄະນະກໍາມະການປົກຄອງເມືອງ ປະຈໍາເດືອນ ພະຈິກ ແລະ ວາງທິດທາງແຜນການປະຈໍາເດືອນ ທັນວາ 2025 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳການປົກຄອງເມືອງ, ມີບັນດາທ່ານຮອງປະທານຄະນະກຳການປົກຄອງເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ກົມກອງ ອ້ອມຂ້າງເມືອງ, ຫົວໜ້າສູນ ລັດວິສາຫະກິດ ແລະ ນາຍບ້ານໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນທັນ ພວງແກ້ວ ກໍາມະການພັກເມືອງ, ຮອງຫົວໜ້າຫ້ອງວ່າການເມືອງ ໄດ້ຂຶ້ນຜ່ານການຈັດຕັ້ງປະຕິບັດວຽກງານອັນພົ່ນເດັ່ນຂອງຄະນະກໍາມະການປົກຄອງເມືອງ ປະຈໍາເດືອນ ພະຈິກ ແລະ ທິດທາງແຜນການປະຈໍາເດືອນ ທັນວາ 2025, ໃນໄລຍະ 1 ເດືອນຜ່ານມາ ເຖິງແມ່ນວ່າເມືອງຫົງສາ ໄດ້ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນແມ່ນອັດຕາເງິນເຟີ້, ການເພີ້ມຂຶ້ນຂອງລາຄາສິນຄ້າ ບວກກັບໄພພິບັດທາງທໍາມະຊາດ ທີ່ສົ່ງຜົນເສຍຫາຍຢ່າງໜັກໜ່ວງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະກໍາມະການປົກຄອງເມືອງ ເຮັດໃຫ້ເມືອງຂອງພວກເຮົາຮັກສາໄດ້ສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ບັນດາຄາດໝາຍຂອງຂະແໜງການຕ່າງໆ ໄດ້ບັນລຸຕາມແຜນທີ່ວາງໄວ້, ໄດ້ນໍາພາ-ຊີ້ນໍາບັນດາຂະແໜງການຂອງເມືອງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງແຕ່ລະຂະແໜງການ, ມີການປະສານສົມທົບກັນຢ່າງກົມກຽວລະຫວ່າງແຂວງ, ເມືອງ ເຮັດໃຫ້ວຽກງານອົງການປົກຄອງເມືອງ ໄດ້ດໍາເນີນເປັນປົກະຕິ ເປັນເສນາທິການໃຫ້ແກ່ການນໍາເມືອງໃນການເຄື່ອນໄຫວວຽກງານຮອບດ້ານ; ໄດ້ແຕ່ງຕັ້ງພະນັກງານລົງສໍາຫຼວດພົນລະມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຢູ່ເມືອງຫົງສາ; ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, 1 ເດືອນ ຜ່ານມາມີຄະດີເກີດຂຶ້ນທັງໝົດ 4 ລາຍ, ສາມາດແກ້ໄຂແລ້ວ 4 ລາຍ, ກັກຕົວຜູ້ກະທໍາຜິດໄດ້ 10 ຄົນ, ຍິງ 3 ຄົນ, ຄະດີການຄ້າມະນຸດ 1 ລາຍ, ກັກຜູ້ຖືກຫາໄດ້ 1 ຄົນ, ການຄ້າປະເພດນີ 1 ລາຍ, ກັກຜູ້ຖືກຫາໄດ້ 3 ຄົນ, ຍິງ 3 ຄົນ, ແກ້ໄຂເປົ້າໝາຍມີຢາບ້າໄວ້ຄອບຄອງ 1 ລາຍ, ກັກຜູ້ຖືກຫາໄດ້ 1 ຄົນ, ແກ້ໄຂພາກສ່ວນເສບຢາເສບຕິດ, ສູບຢາໄຟຟ້າ 5 ລາຍ ແລະ ມີອຸປະຕິເຫດເກີດຂຶ້ນທັງໝົດ 2 ຄັ້ງ, ສຸມໃສ່ເກັບລາຍຮັບເຂົ້າງົບປະມານໄດ້ 919 ລ້ານກວ່າກີບ, ມາຮອດປະຈຸບັນປະຕິບັດລາຍຮັບໄດ້ທັງໝົດ 13,4 ຕື້ກີບ ເທົ່າກັບ 115,31%; ຂອງແຜນການປີ, ຕິດຕາມ, ການເກັບກູ້ຜົນຜະລິດລະດູຝົນ ເນື້ອທີ 5.600 ກວ່າເຮັກຕາ, ມາຮອດປະຈຸບັນເກັບກູ້ໄດ້ 5.200 ກວ່າເຮັກຕາ ເທົ່າກັບ 93,07%, ຜົນຜະລິດ 17.500 ກວ່າໂຕນ, ຊຸກຍູ້ການປູກພຶກລະດູແລ້ງປະຈໍາປີ 2025-2026 ແຜນການປູກເນື້ອທີ່ 1.000 ກວ່າເຮັກຕາ, ມາຮອດປະຈຸບັນປະຕິບັດໄດ້ 246 ກວ່າເຮັກຕາ ເທົ່າກັບ 22,54%, ຕິດຕາມກວດກາການກໍ່ສ້າງທາງເບຕົງທາງຮ່ອມບ້ານວຽງແກ້ວ ປະຕິບັດໄດ້ 50%, ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານປາກຫ້ວຍຍາງ ປະຕິບັດໄດ້ 60%, ຊຸກຍູ້ການຮຽນ-ການສອນ ຢູ່ບັນດາໂຮງຮຽນ ປະຈໍາສົກປີ 2025-2026, ເປີດການຮຽນການສອນ ມັດທະຍົມບໍາລຸງຕອນຕົ້ນ ຢູ່ບ້ານນໍ້າຂາມ; ລົງຊຸກຍູ້ການກໍ່ສ້າງວິດຖ່າຍຄອບຄົວ ໄດ້ 12 ໜ່ວຍ, ຕິດຕາມ-ຊຸກຍູ້ວຽກງານສັກຢາກັນພະຍາດຮອບປົກະຕິຢູ່ສຸກສາລາ 6 ແຫ່ງ, ອອກໃບອະນຸຍາດວົງດົນຕີ ໄດ້ 1 ໜ່ວຍ, ອອກໃບອະນຸຍາດສຶບຕໍ່ປ້າຍທຸລະກິດບໍລິການເຮືອນພັກ 2 ໜ່ວຍ ແລະ ອອກໃບອະນຸຍາດປ້າຍເຮືອນພັກໄດ້ 1 ຫົວໜ່ວຍ; ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາ, ແຮງງານລາວເຂົ້າເຮັດວຽກນໍາບໍລິສັດ ໄຟຟ້າຫົງສາ ໄດ້ຈໍານວນ 38 ຄົນ, ຍິງ 3 ຄົນ ແລະ ຈັດຫາງານໃຫ້ກໍາລັງແຮງງານລາວຜູ້ຕ້ອງການມີວຽກເຮັດງານທໍາ ໄດ້ 24 ຄົນ, ຍິງ 7 ຄົນ.
ກອງປະຊຸມກໍ່ໄດ້ຮັບຟັງການປະກອບຄໍາຄິດ-ຄໍາເຫັນຈາກບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງ ຈໍານວນໜຶ່ງຢ່າງກົງໄປກົມມາພາວະວິໄສ ເພື່ອຊອກໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ, ບັນຫາຂໍ້ຄົງຄ້າງ ແລະ ພ້ອມກັນຄົ້ນຄວ້າຊອກຫາວິທີການແກ້ໄຂໃນຕໍ່ໜ້າ, ເຮັດໃຫ້ໄດ້ຮັບຜົນດີກວ່າເກົ່າ.
ຂ່າວ: ສຸບັນ ເງິນງາມ