ເມືອງຫົງສາ ປິດບັ້ນ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025

ວັນທີ 15 ທັນວາ 2025 ນີ້, ເມືອງຫົງສາ ໄດ້ຈັດພິທີປິດບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ພາຍໃນເມືອງຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຮອງຫົວໜ້າຄະນະຊີ້ນຳຂັ້ນເມືອງ, ມີບັນດາທ່ານຄະນະຊີ້ນໍາຂັ້ນເມືຶອງ, ນັກກວດກາ ແລະ ນັກເດີນສໍາຫຼວດ ຈາກບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນເລີດ ແກ້ວວົງສາ ຫົວໜ້າຫ້ອງການ-ການເງິນ, ຫົວໜ້າຫ້ອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນເມືອງ ໄດ້ລາຍງານຫຍໍ້ຜົນສຳເລັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຢູ່ເມືອງຫົງສາ ບາງຕອນວ່າ: ພາຍຫຼັງສຳເລັດການຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ, ທົ່ວເມືອງພວກເຮົາກໍ່ ໄດ້ເລີ່ມລົງສໍາຫຼວດໃຫຍ່ ເພື່ອເກັບກຳຂໍ້ມູນ ຈໍານວນພົນລະເມືອງ ແລະ ທີ່ຢູ່ອາໄສ ໃນລະດັບຄົວ ເຮືອນ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດການສໍາພາດຕົວຈິງແຕ່ວັນທີ 3 ພະຈິກ ຫາ ວັນທີ 14 ທັນວາ 2025. ທົ່ວເມືອງຫົງສາ ມີເຂດສຳຫຼວດທັງໝົດ 39 ເຂດ; ໃນນັ້ນ: ເຂດສໍາຫຼວດທີ່ຢູ່ຫາງໄກ ສອກຫຼີກ 11 ເຂດ ມີຈຳນວນນັກເດີນສໍາຫຼວດລົງປະຕິບັດຕົວຈິງທັງໝົດ 39 ທ່ານ; ສໍາຮອງ 9 ທ່ານ ແລະ ນັກນັກກວດກາລົງປະຕິບັດຕົວຈິງ 10 ທ່ານ, ສໍາຮອງ 3 ທ່ານ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນພາກສະໜາມມີຜົນສໍາເລັດຂອງການເກັບກຳຂໍ້ມູນ ພົນລະເມືອງ ແລະ ທີ່ຢູ່ອາໄສ  ຈໍານວນ 39 ເຂດສໍາຫຼວດ, ມີຈໍານວນທີ່ຢູ່ອາໄສທີ່ຖືກຈົດນັບ ທັງໝົດມີ 8.554 ທີ່ຢູ່ອາໄສ ປະຕິບັດສໍາເລັດ 100%; ທີ່ຢູ່ອາໄສຫວ່າງເປົ່າ ຈໍານວນ 1.234 ທີ່ຢູ່ອາໄສ ກວມເອົາ 14,43% ຂອງຈໍານວນທີ່ຢູ່ອາໄສທີ່ ໄດ້ຈົດນັບທັງໝົດ, ທີ່ຢູ່ອາໄສລວມໝູ່ 193 ທີ່ຢູ່ອາໄສ ກວມເອົາ 2,26% ຂອງຈໍານວນທີ່ຢູ່ ອາໄສທີ່ໄດ້ຈົດນັບທັງໝົດ, ຈໍານວນປະຊາກອນທີ່ຖືກຈົດນັບທັງໝົດ 32.316 ຄົນ, ຍິງ 15.405 ຄົນ ໃນນີ້: ຈໍານວນ ປະຊາກອນຄົວເຮືອນສ່ວນບຸກຄົນ 30.494 ຄົນ, ຍິງ 15.064 ຄົນ ກວມເອົາ 94,36% ຂອງຈໍານວນປະຊາກອນທີ່ຖືກຈົດນັບທັງໝົດ, ຈໍານວນປະຊາກອນຄົວເຮືອນລວມໝູ່ 1.822 ຄົນ, ຍິງ 341 ຄົນກວມເອົາ 5,64% ຂອງຈຳນວນປະຊາກອນທີ່ຖຶກຈົດນັບທັງໝົດ.

ໂອກາດດັ່ງກ່າວ, ພິທີຍັງໄດ້ຮັບຟັງການມີຄຳຄິດຄຳເຫັນໂອ້ລົມຈາກທ່ານ ອ່ອນຈັນ ບຸນຍາວົງ ປະທານພິທີຕື່ມອີກ

ພາບ-ຂ່າວ: ຄ.ອ.ມ ຫົງສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa