ກອງປະຊຸມສະຫຼຸບຖອດຖອນບົດຮຽນບັ້ນເຮັດທົດລອງການລົງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຢູ່ໜ່ວຍພັກ ບ້ານນາແກ່ນຄໍາ ໄດ້ຈັດຂື້ນໃນວັນທີ 20 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີທີມງານລົງຮາກຖານຂອງແຂວງ ແລະ ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ຫົວໜ້າອະນຸກຳມະການເນື້ອໃນ ແລະ ກອງເລຂາ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນບັ້ນເຮັດທົດລອງການລົງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຢູ່ໜ່ວຍພັກ ບ້ານນາແກ່ນຄໍາ ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງ ນັບແຕ່ວັນທີ 15-16 ແລະ ວັນທີ 19 ມັງກອນ 2026, ຄະນະຮັບຜິດຊອບຊີ້ນໍາການຈັດຕັ້ງປະຕິບັດຂັ້ນແຂວງ ໄດ້ລົງມາສົມທົບກັບ ຄະນະຊີ້ນໍາຂັ້ນເມືອງ ນໍາພາຈັດຕັ້ງເຊື່ອມຊຶມ, ຄົ້ນຄວ້າ, ສ້າງແຜນການເຄື່ອນໄຫວ, ກໍານົດບາດກ້າວ ແລະ ວິທີດໍາເນີນການເຮັດທົດລອງບົນພື້ນຖານຄວາມເປັນເອກະພາບກັນແລ້ວໄດ້ເລີ່ມດໍາເນີນການເຮັດທົດລອງຢູ່ໜ່ວຍພັກບ້ານນາແກ່ນຄຳ, ຊຶ່ງໄດ້ປະຕິບັດຕາມຂັ້ນຕອນຕ່າງໆເປັນຕົ້ນ: ເຊື່ອມຊືມເອກະສານ, ແນະນໍາຄະນະພັກ, ສະມາຊິກພັກ ຂຽນໃບສໍາຫຼວດ ເພື່ອດໍາເນີນຊີວິດການເມືອງ, ນໍາພາດໍາເນີນຊີວິດການເມືອງພາຍໃນໜ່ວຍຄຸ້ມຄອງພົນລະເມືອງ, ໜ່ວຍງານຂອງບ້ານ, ຄະນະໜ່ວຍພັກ, ສະມາຊິກພັກ, ສົມທຽບການຕີລາຄາແບ່ງປະເພດ, ກະກຽມກອງປະຊຸມ, ດໍາເນີນກອງປະຊຸມໜ່ວຍພັກ, ອົງການປົກຄອງບ້ານ ແລະ ສະຫຼຸບຖອດຖອນບົກຮຽນ, ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອນຳໄປປັບປຸງ ແລະ ເປັນບົດຮຽນໃນການຈັດຕັ້ງປະຕິບັດໃນປີຕໍ່ໄປໃຫ້ດີຂື້ນກວ່າເກົ່າ.
ໂອກາດດັ່ງກ່າວ, ສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ໃນການສືບຕໍ່ນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດຕໍ່ກັບວຽກງານກໍ່ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢູ່ພາຍໃນເມືອງຫົງສາ ຫຼາຍບັນຫາ ເພື່ອຮັບປະກັນ ຕໍ່ກັບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ຄ.ອ.ມ ຫົງສາ