
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງຫົງສາ ແຂວງໄຊຍະບູລີ ປະຈຳສົກຮຽນ 2024-2025 ໄດ້ສໍາເລັດລົງໃນວັນທີ 16 ທັນວາ 2025 ນີ້ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 1 ວັນເຕັມ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງທ່ານ ຄອງສີ ສີເມືອງ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ມີແຂກຖືກເຊີນ, ຜູ້ອຳນວຍການໂຮງຮຽນ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດຄູ-ອາຈານ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ.
ທ່ານ ຄອງສີ ສີເມືອງ ໄດ້ຂື້ນຜ່ານບົດສະຫຼຸບຜົນສໍາເສັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2024-2025 ແລະ ແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2025-2026 ບາງຕອນວ່າ: ທົ່ວເມືອງມີພະນັກງານລັດຖະກອນຄູ ແລະ ບໍລິຫານ ລວມທັງໝົດ 375 ຄົນ, ຍິງ 191 ຄົນ ໃນນີ້, ມີພະນັກງານລັດຖະກອນຄູ 338 ຄົນ, ຍິງ 177 ຄົນ, ມີພະນັກງານບໍລິຫານ 37 ຄົນ, ຍິງ 14 ຄົນ, ມີຫ້ອງຮຽນລ້ຽງເດັກ 15 ແຫ່ງ ມີ 15 ຫ້ອງ ( ເອກະຊົນ 7 ແຫ່ງ, 7 ຫ້ອງ ), ມີເດັກທັງໝົດ 222 ຄົນ, ຍິງ 94 ຄົນ, ມີຄູສອນທັງໝົດ 15 ຄົນ( ຄູເອກະຊົນ 7 ຄົນ ), ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 0-2 ປີເທົ່າກັບ 14.88 %, ຍິງ 12.84 %, ຊາຍ 16.87%, ໂຮງຮຽນອະນຸບານ 25 ແຫ່ງ ( ເອກະຊົນ 7 ແຫ່ງ ຄື: ອະນຸບານແກ່ນມະນີ, ສຸພາລັກ, ກິດຕິສັກສຸດທີ່ຮັກ, ເພັງສະຫວ່າງ, ພຸດທິດາ 1 ແລະ ພຸດທິດາ 2 ) ມີ 67 ຫ້ອງ, ມີນັກຮຽນທັງໝົດ 1,409 ຄົນ,ຍິງ 715 ຄົນ, ຄູສອນທັງໝົດ 88 ຄົນ, ອັດຕາເຂົ້າຮຽນອາຍຸ 3-4 ປີປະຕິບັດໄດ້ 91.5 %, ຍິງ 90.2%,ຊາຍ 92.9%, ອັດຕາເຂົ້າຮຽນອາຍຸ 3-5 ປີ ປະຕິບັດໄດ້ 94.4 %, ຍິງ 93.6 %, ຊາຍ 95.3 %, ຫ້ອງກຽມປະຖົມ 8 ແຫ່ງ, ມີ 8 ຫ້ອງ ( ໂດຍສະເພາະຢູ່ເຂດພູດອຍຊົນເຜົ່າບໍ່ສາມາດສ້າງຕັ້ງໂຮງຮຽນອະນຸບານໄດ້ ) ມີນັກຮຽນທັງໝົດ 67 ຄົນ, ຍິງ 34 ຄົນ, ມີຄູສອນ 8 ຄົນ, ອັດຕາເຂົ້າຮຽນອາຍຸ 5 ປີ ປະຕິບັດໄດ້ 99.6 %, ຍິງ 99.7%, ຊາຍ 99.6 %, ໂຮງຮຽນປະຖົມທັງໝົດ 31 ແຫ່ງ ( ເອກະຊົນ 2 ແຫ່ງ ) ມີຫ້ອງຮຽນທັງໝົດ 127 ຫ້ອງ, ຫ້ອງຄວບ 34 ຫ້ອງ, ຫ້ອງດ່ຽວ 93 ຫ້ອງ, ມີນັກຮຽນທັງໝົດ 2,949 ຄົນ, ຍິງ 1,413 ຄົນ, ມີຄູສອນ 133 ຄົນ, ຍິງ 61 ຄົນ, ອັດຕາອັດຕາເຂົ້າຮຽນລວມຊັ້ນປະຖົມປະຕິບັດໄດ້ 100 %, ຍິງ 100 % %, ຊາຍ 100 %, ອັດຕາເຂົ້າຮຽນສຸດທິປະຖົມ ( 6-10 ປີ ) ປະຕິບັດໄດ້ 100 %, ຍິງ 100 %, ຊາຍ 100 %, ໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ, ມີຫ້ອງຮຽນທັງໝົດ 68 ຫ້ອງ, ມີນັກຮຽນ 1,975 ຄົນ, ຍິງ 918 ຄົນ, ມີຄູສອນທັງໝົດ 113 ຄົນ,ຍິງ 53 ຄົນ, ອັດຕາເຂົ້າຮຽນລວມເທົ່າກັບ 92. 5 %, ຍິງ 91.4 %, ຊາຍ 93.6 %, ອັດຕາເຂົ້າຮຽນສຸດທິເທົ່າກັບ 91.7 %, ຍິງ 91.2 %, ຊາຍ 92.1 % ແລະ ໂຮງຮຽນມັດທະຍົມສົມບູນ 5 ແຫ່ງ, ມີຫ້ອງຮຽນ 22 ຫ້ອງ, ນັກຮຽນທັງໝົດ 603 ຄົນ, ຍິງ 302 ຄົນ, ມີຄູສອນທັງໜົດ 48 ຄົນ, ຍິງ 21 ຄົນ, ອັດຕາເຂົ້າຮຽນລວມເທົ່າກັບ 59.6 %, ຍິງ 59 %, ຊາຍ 60.3 %, ອັດຕາເຂົ້າຮຽນສຸດທິເທົ່າກັບ 59.6 %, ຍິງ 59 %, ຊາຍ 60.3 %.
ຈາກນັ້ນ, ກໍ່ໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ອຳນວຍການໂຮງຮຽນກ່ຽວກັບດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການສຶກສາຢູ່ໃນເຂດຄວາມຮັບຜິດຊອບຂອງຕົນເພື່ອເປັນແລກປ່ຽນບົດຮຽນ, ປະສົບການໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນລະຫວ່າງຄູ-ອາຈານດ້ວຍກັນ
, ພ້ອມດຽວກັນ, ກໍ່ໄດ້ຮັບຟັງການຜ່ານມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງໄຊຍະບູລີ, ບົດລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ແລະ ປະກົດການຫຍໍ້ທໍ້ ຂອງຂະແໜງການສຶກສາ ສົກຮຽນ 2024-2025, ທິດທາງ ແລະ ມາດຕະການແກ້ໄຂບັນຫາ ການປະລະການຮຽນ, ການປັບປຸງຄຸນນະພາບການຮຽນ-ການສອນ ແລະ ບົດລາຍງານຜົນສໍາເລັດ ການຈັດການແຂ່ງຂັນກິລາປະເພດຕ່າງໆ ແລະ ຜົນຂອງການເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ XII, ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ ຕື່ມອີກ.
ທັງນີ້, ກໍ່ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈຳສົກຮຽນ 2024-2025 ແລະ ກໍານົດທິດທາງແຜນການ ໃນສົກຮຽນ 2025-2026 ໃຫ້ຖຶກຕ້ອງຕາມຄວາມເປັນຈິງ, ເປັນການປັບປຸງ ປົວແປງແບບແຜນວິທີເຮັດວຽກ, ວິທີການສິດສອນແບບໃໝ່ ທັງຮັບປະກັນໂຄງປະກອບດ້ານບຸກຄະລາກອນທີ່ມີມາດຖານ-ເງື່ອນໄຂຄົບຖ້ວນ ແລະ ມີຄຸນນະພາບສູງ.
ຂ່າວ: ຄ.ອ.ມ ຫົງສາ