

ໃນຕອນເຊົ້າວັນທີ 2 ທັນວາ 2025 ນີ້, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຈາກນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຮັບຊົມຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການປະຈຳພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າລັດວິສາຫະກິດ ສູນບໍລິການປະຈໍາເມືອງ, ພະນັກງານປະຕິວັດອາວຸໂສບຳນານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ການເຂົ້າຮ່ວມຮັບຊົມການຖ່າຍທອດສົດຄັ້ງນີ້, ກໍ່ເພື່ອເປັນການຮ່ວມສະເຫຼີມສະຫຼອງວັນສຳຄັນປະຫວັດສາດຂອງຊາດລາວເຮົາ, ເຮັດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງຫົງສາ ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ; ຜົນງານການສ້າງສາພັດທະນາປະເທດຊາດ 50 ປີ ຜ່ານມາ.
ໂອກາດດຽວກັນນີ້, ໃນພິທີຍັງໄດ້ມອບຫຼຽນກາ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນຄວາມສະຫງົບ ໃຫ້ກົມກອງ, ບຸກຄົນ ຈຳນວນໜຶ່ງ ທີ່ມີຄຸນງາມຄວາມດີ ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ບັນຫາຢາເສບຕິດໃນໄລຍະ 5 ປີ ຜ່ານມາ ແລະ ໃນວັນດຽວກັນ, ການນຳເມືອງຫົງສາ ຍັງໄດ້ໄປຢ້ຽມຢາມຄົນເຈັບຢູ່ທີໂຮງຫມໍຊຸມຊົນເມືອງ, ຢ້ຽມຢາມພະນັກງານປະຕິວັດ ອາວຸໂສບຳນານ ຕື່ມອີກ.
ຂ່າວ: ຄ.ອ.ມ ຫົງສາ