ເມືອງຫົງສາ ເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຄະນະຈັດຕັ້ງສູນກາງພັກເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ເມືອງຫົງສາ ເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຄະນະຈັດຕັ້ງສູນກາງພັກເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
…………………………..
ໃນຕອນເຊົ້າຂອງວັນທີ 5 ສິງຫາ 2024 ນີ້, ຢູ່ທີ່ສະໂມສອນເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຄະນະຈັດຕັ້ງສູນກາງພັກ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຫົງສາ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ທີມງານລົງຮາກຖານຂອງແຂວງ-ເມືອງ, ມີເລຂາ-ຄະນະພັກຮາກຖານ, ເລຂາ-ຄະນະໜ່ວຍພັກສຳນັກງານ-ກົມກອງ, ຫົວໜ້າຫ້ອງການ, ຕາງໜ້າລັດວິສາຫະກິດສູນບໍລິການປະຈຳເມືອງ ແລະ ສະມາຊິກພັກແຕ່ລະໜ່ວຍຂອງຄະນະພັກຮາກຖານສຶກສາທິການ ແລະ ກິລາເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມບັນດາຜູ້ເຂົ້າຮ່ວມ ແມ່ນໄດ້ຮັບຟັງການຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 173 ລົງວັນທີ 5 ກໍລະກົດ 2024 ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈໍາພັກແຕ່ລະຂັ້ນ, ຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 324 ລົງວັນທີ 6 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ-ປກສ ແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານສໍານັກງານ-ອົງການອ້ອມຂ້າງແຂວງ, ເມືອງ ແລະ ຮາກຖານພັກບ້ານໃນທົ່ວແຂວງໄຊຍະບູລີ, ຜ່ານແຜນດໍາເນີນງານຂອງຄະນະປະຈໍາພັກແຂວງສະບັບເລກທີ 114 ລົງວັນທີ 18 ມີນາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຮາກຖານພັກສໍານັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ແຂວງ ແລະ ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ອົງຄະນະພັກແຂວງ, ຜ່ານແຜນດໍາເນີນງານຂອງຄະນະປະຈໍາພັກເມືອງ ສະບັບເລກທີ 142 ລົງວັນທີ 3 ມິຖຸນາ 2024. ພ້ອມດຽວກັນນີ້ ຍັງໄດ້ຮັບຟັງແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 99 ລົງວັນທີ 26 ເມສາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 186 ລົງວັນທີ 3 ກໍລະກົດ 2024 ກ່ຽວກັບການຄົ້ນຄວ້າ, ເລືອກເຟັ້ນກໍາມະການຄະນະບໍລິຫານງານພັກຊຸດປະຈຸບັນທີ່ມີອາຍຸກະສຽນເກີນເງື່ອນໄຂຕາມທີ່ນິຕິກໍາໄດ້ກໍານົດໄວ້ ເພື່ອເປັນເປົ້າໝາຍອອກທາບທາມບຸກຄະລາກອນທີ່ຈະອອກສະໜັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນຊຸດໃໝ່, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 197 ລົງວັນທີ 8 ກໍລະກົດ 2024 ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ຜ່ານແຈ້ງການຂອງຄະນະປະຈໍາພັກແຂວງ ສະບັບເລກທີ 169 ລົງວັນທີ 10 ພຶດສະພາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ພ້ອມນີ້, ຍັງໄດ້ຮັບຟັງການອະທິບາຍກ່ຽວກັບ ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດສັງຄົມ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ, ຮ່າງບົດສຳຫຼວດບຸກຄົນໃນຄະນະພັກ, ສະມາຊິກພັກ, ຮ່າງບົດສຳຫຼວດຕົນເອງ (ຂອງພະນັກງານ-ລັດຖະກອນທົ່ວໄປ), ຜ່ານຕາຕາລາງ ການເຄື່ອນໄຫວດຳເນີນກອງປະຊຸມໃຫຍ່ສະມາຊິກພັກຂອງຄະນະພັກຮາກຖານ ແລະ ຕາຕາລາງການດຳເນີນກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ.
ໃນຕອນທ້າຍຂອງກອງປະຊຸມ, ກໍ່ໄດ້ເປັນກຽດຮັບຟັງການມີຄໍາຄິດເຫັນໂອ້ລົມ ແລະ ຊີ້ນໍາຈາກສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງໄຊຍະບູລີ, ເຊີ່ງສະຫາຍໄດ້ເໜັ້ນໜັກຕໍ່ພະນັກງານລົງຮາກຖານ ຄັ້ງນີ້ວ່າ: ຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າປະຕິບັດຕາມການມອບໝາຍໃຫ້ສໍາເລັດ ໂດຍການເອົາບົດຮຽນຈາກການລົງຮາກຖານໃນໄລຍະຜ່ານມາເປັນບົດຮຽນ, ເກັບກໍາຂໍ້ມູນໃຫ້ລະອຽດ, ຈະແຈ້ງ, ຊັດເຈນ ແລະ ທັງເປັນການປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ, ສະມາຊິກພັກແຕ່ລະໜ່ວຍໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ.
———————-
ພາບ-ຂ່າວ: ສິດທິພອນ ທີແກ້ວ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa