ຕອນເຊົ້າຂອງວັນທີ 28 ພຶດສະພາ 2025 ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄໝທີ IX ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານ ຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫົງສາ, ເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານສຳນັກງານ-ອົງການ, ເລຂາໜ່ວຍພັກຫ້ອງການ, ອົງການ-ກົມກອງ, ເລຂາໜ່ວຍພັກບ້ານທົ່ວເມືອງ, ຕາງໜ້າພະນັກງານອາວຸໂສບຳນານ, ຫົວໜ້າລັດວິສາຫະກິດສູນບໍລິການປະຈຳເມືອງ ແລະ ຕາງໜ້າສະມາຄົມນັກທຸລະກິດໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພອນສະຫວັນ ໄຊສົມພັນ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງສະຫາຍໄດ້ກ່າວວ່າ: ໃນໄລຍະ 3 ເດືອນຜ່ານມາ ເຖິງວ່າສະພາບແວດລ້ອມພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປ ຢ່າງສັບສົນ ຄາດຄະເນໄດ້ຍາກ ພ້ອມດຽວກັນນັ້ນ, ສະພາບພາຍໃນຂອງປະເທດເຮົາ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ມີສິີ່ງທ້າທາຍຫຼາຍດ້ານ ໃນທາງກົງ ແລະ ທາງອ້ອມ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລາຄາສິນຄ້າ, ອັດຕາແລກປ່ຽນຍັງບໍ່ແນ່ນອນ ແລະ ເສັ້ນທາງຫຼາຍສາຍມີການເປ່ເພ ເຮັດໃຫ້ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກ, ບັນຫາໄພທໍາມະຊາດ, ພະຍາດລະບາດກັບສັດລ້ຽງ, ພະຍາດຕາມລະດູການ ແລະ ການກໍ່ຄວາມບໍ່ສະຫງົບຢູ່ລຽບຕາມຊາຍແດນ ແລະ ປະກົດການຫຍໍ້ທໍ້ຕ່າງໆ ເກີດຂຶ້ນໃນສັງຄົມ ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຂອງແຂວງ ເວົ້າລວມ, ເວົ້າສະເພາະ, ກໍ່ຄືເມືອງຫົງສາຂອງພວກເຮົາ; ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງອົງຄະນະພັກແຂວງ ແລະ ຄວາມເອົາໃຈໃສ່ຂອງອົງຄະນະພັກເມືອງ ໃນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໂດຍສະເພາະການປະຕິບັດບັນດາຄາດໝາຍທີ່ວາງໄວ້ ໃນປີ 2025 ແມ່ນມີຜົນສໍາເລັດຫຼາຍດ້ານທີ່ເປັນໜ້າເພິ່ງພໍໃຈ ແລະ ຍັງມີດ້ານອ່ອນຂໍ້ຄົງຄ້າງຈໍານວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມກວດກາຕີລາຄາຄືນການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຢ່າງຮອບດ້ານໃນ 3 ເດືອນຜ່ານມາ ແລະ ກໍານົດທິດທາງແຜນການ 3 ເດືອນຕໍ່ໜ້າ ເພື່ອຍົກໃຫ້ເຫັນຜົນໄດ້ຮັບ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການນໍາພາຂອງຄະນະບໍລິຫານງານພັກເມືອງ ແລະ ຄະນະພັກຂັ້ນຕ່າງໆ, ໂອກາດນີ້, ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເສີມຂະຫຍາຍປະຊາທິປະໄຕ, ຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ ເພື່ອພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນຢ່າງມີເນື້ອໃນຄົບຖ້ວນ ເພື່ອໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມຈຶ່ງສຳເລັດ.
ຂ່າວ-ພາບ: ຖວທ ເມືອງຫົງສາ