ເມືອງເງິນກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ.

ເມືອງເງິນກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ.
……………………………….
ທ່ານ ທະວີສັກ ໄຊຍະວົງ ເລຂາພັກເມືອງ ເຈົ້າເມືອງ-ເມືອງເງິນ ໄດ້ລາຍງານຕໍ່ທິມນັກຂ່າວແຂວງພວກເຮົາວ່າ: ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ ທີ່ພົນເດັ່ນໃນໄລຍະ 6 ເດືອນຕົ້ນປີ ແລະທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຂອງເມືອງເງິນແມ່ນໄດ້ດໍາເນີນໄປຕາມແຕ່ລະຂັ້ນຕອນເຊັ່ນ: ດ້ານຂະບວນການ. ເມືອງໄດ້ເອົາໃຈໃສ່ຊີ້ນໍາ 2 ກຳລັງ 1 ພາກສ່ວນ: ສ້າງໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບປອດໄພ. ເອົາໃຈໃສ່ຕິດຕາມກວດກາເສັ້ນຊາຍແດນ, ກວດກາ ຕິດຕາມການເໜັ່ງຕີງຂອງພົນລະເມືອງ, ປ້ອງກັນເວນຍາມສຳນັກງານອົງການ, ບ້ານ. ສ້າງຂະບວນການອອກແຮງງານ ຕາມສໍານັກງານອົງການ, ບ້ານ, ອະນາໄມຮ່ອງລະບາຍນໍ້າ, ຕັດຫຍ້າຕາມແຄມທາງພາຍໃນເມືອງ. ເຝົ້າລະວັງພະຍາດທີ່ອາດຈະເກີດຂຶ້ນຕາມລະດູການ ເຊັ່ນ: ພະຍາດສັດ, ສັດຕູພຶດທໍາລາຍຜົນລະປູກ ແລະພະຍາດຄົນ. ເຝົ້າລະວັງໄພພິບັດທີ່ຈະເກີດຂຶ້ນໃນລະດູຝົນເປັນຕົ້ນແມ່ນ ນໍ້າຖ້ວມ ແລະດິນເຈື່ອນ. ດ້ານເນື້ອໃນ ອອກມະຕິຕົກລົງຄະນະປະຈໍາພັກເມືອງລົງກວດກາ, ປະເມີນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການດຳເນີນກອງປະຊຸມຂອງອົງການຈັດຕັ້ງມະຫາຊົນ ແລະກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຄັ້ງທີ VI. ກະກຽມເອກະສານ ແລະເຊື່ອມຊຶມມີ 19 ສະບັບ, ຮ່າງເອກະສານມີ 5 ສະບັບ ເຊື່ອມຊຶມເອກະສານໃຫ້ສະມາຊິກພັກ ແລະພະນັກງານ ໃນຮອບທີ 1 ສຳເລັດ ໃນວັນທີ 5 ສິງຫາ 2024.ຈະສືບຕໍ່ເຊື່ອມຊຶມ ໃຫ້ສະມາຊິກພັກ ແລະພະນັກງານ ໃນ 4 ຂົງເຂດ ໃຫ້ສຳເລັດ ໃນວັນທີ 13 ສິງຫາ 2024. ດ້ານບຸກຄະລາກອນ ໄດ້ກະກຽມ ບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ 3 ຂັ້ນ ດັ່ງນີ້: ຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງເມືອງ ຈໍານວນ 95 ສະຫາຍ.ໃນນັ້ນ ມາຈາກຮາກຖານບ້ານ, ສຳນັກງານອົງການອ້ອມຂ້າງເມືອງ.ບຸກຄະລາກອນ ຄະນະບໍລິຫານງານ ສະໄໝທີ VI ຈໍານວນ 25 ສະຫາຍ, ໃນນັ້ນ ຄະນະປະຈໍາພັກເມືອງ 7 ສະຫາຍ.ຜູ້ແທນໄປຮ່ວມກອງປະຊຸມອົງຄະນະພັກແຂວງໄຊຍະບູລີ ສະໄໝທີ VIII, ສົມບູນ 13 ສະຫາຍ, ສໍາຮອງ 2 ສະຫາຍ.ປະຈຸບັນທົ່ວເມືອງມີ 3 ຄະນະພັກຮາກຖານ, ມີ 65 ໜ່ວຍພັກ, ມີສະມາຊິກພັກ 1.083 ສະຫາຍ, ຍິງ 305 ສະຫາຍ.ໄດ້ສຳເລັດໃນການລົງປະເມີນໜ່ວຍພັກ 29 ໜ່ວຍພັກ, ໃນນັ້ນ:ໜ່ວຍພັກບ້ານ 22 ໜ່ວຍພັກ.ໜ່ວຍພັກໂຮງຮຽນ, ໂຮງໝໍ 7 ໜ່ວຍພັກ.ຜ່ານການປະເມີນໄດ້:ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 21 ໜ່ວຍພັກ.ໜ່ວຍພັກ ກາງ 8 ໜ່ວຍພັກ.ສະມາຊິກພັກໄດ້ ແຂງ 458 ສະຫາຍ, ຍິງ 100 ສະຫາຍ; ກາງ 42 ສະຫາຍ, ຍິງ 8 ສະຫາຍ; ອ່ອນ 1 ສະຫາຍ, ຍິງ 1 ສະຫາຍ; ບໍ່ໄດ້ແບ່ງ 36 ສະຫາຍ, ຍິງ 16 ສະຫາຍ. (ສາເຫດຍ້ອນເຈັບເປັນ ແລະໄປອອກແຮງງານຢູ່ຕ່າງແຂວງ) ປະຈຸບັນພວມສືບຕໍ່ກະກຽມໜ່ວຍພັກອ້ອມຂ້າງທີ່ຍັງບໍ່ທັນສໍາເລັດ ຈໍານວນ 36 ໜ່ວຍພັກ.ຄາດຄະເນຕີລາຄາຄຸນນະພາບໜ່ວຍພັກ 36 ໜ່ວຍພັກ ໄດ້ປະເພດ: ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 32 ໜ່ວຍ, ກາງ 4 ໜ່ວຍ.ຄາດຄະເນປະເພດຂອງສະມາຊິກພັກ ແຂງ 527 ສະຫາຍ, ກາງ 19 ສະຫາຍ, ຍິງ 6 ສະຫາຍ. ອ່ອນ 0 ສະຫາຍ.ປະຈຸບັນພວມກະກຽມ ແລະດໍາເນີນການເຮັດທົດລອງລົງກວດກາປະເມີນ ຄະນະພັກຮາກຖານສຶກສາ ທີ່ມີໜ່ວຍພັກຂຶ້ນກັບ 7 ໜ່ວຍພັກ.ໄລຍະເວລາ ການລົງ ແມ່ນໃຊ້ ເວລາ 7 ວັນ.ການຄາດຄະເນ ປະເມີນໜ່ວຍພັກ ຈະໄດ້ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 7 ໜ່ວຍພັກ.ການຄາດຄະເນ ແບ່ງປະເພດສະມາຊິກພັກ ແຂງ 135 ສະຫາຍ ຍິງ 85 ສະຫາຍ, ກາງ 11 ສະຫາຍ ຍິງ 6 ສະຫາຍ.ການຄາດຄະເນປະເພດພະນັກງານ ດີ 13 ທ່ານ, ຍິງ 8 ທ່ານ. ວັນທີ 14 ສິງຫາ 2024 ຈະສືບຕໍ່ແບ່ງເປັນ 4 ທິມ ລົງໄປໜ່ວຍພັກສໍານັກງານອົງການອ້ອມຂ້າງເມືອງ.ພາຍຫຼັງສໍາເລັດໝົດທຸກໜ່ວຍສໍານັກງານແລ້ວແມ່ນຈະໄດ້ສືບຕໍ່ລົງ ຄະນະພັກຮາກຖານ 2 ກອງບັນຊາການ ປກຊ – ປກສ. ການກໍານົດເວລາລົງໜ່ວຍພັກສໍານັກງານອົງການໃຫ້ສໍາເລັດ ໃນກາງເດືອນ ກັນຍາ 2024.ຄາດຄະເນເປີດກອງປະຊຸມໃຫຍ່ຂອງອົງການຈັດຕັ້ງມະຫາຊົນ ຄື:ຊາວໜຸ່ມ ເດືອນ ຕຸລາ 2024ແມ່ຍິງ ກາງເດືອນ ພະຈິກ 2024ນັກຮົບເກົ່າ ທ້າຍເດືອນ ພະຈິກ 2024
ກຳມະບານ ເດືອນ ທັນວາ 2024ກອງປະຊຸມໃຫຍ່ອົງຄະນະພັກເມືອງ ສະໄໝທີ VI ໃນເດືອນ ກຸມພາ 2025ແນວລາວສ້າງຊາດ ຫຼັງຈາກສໍາເລັດກອງປະຊຸມໃຫຍ່ຂອງເມືອງ 1 ເດືອນ ພ້ອມດຽວກັນນີ້ໄດ້ຊີ້ນໍານໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມໃນ 6 ເດືອນ ຕົ້ນປີ ເຫັນວ່າການ ຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 5,5 ຕື້ ປະຕິບັດໄດ້ 97.22% ຂອງແຜນການປີ, ປະຕິບັດລາຍຈ່າຍໄດ້ທັງໝົດ 1,029 ຕື້. ເທົ່າກັບ 37,27%.ດ້ານແຫຼ່ງທຶນພັດທະນາ: ມີໂຄງການລົງທຶນຕ່າງໆ ທັງໝົດ 48 ໂຄງການ, ມູນຄ່າລວມທັງໝົດ 96.35 ຕື້ກີບ, ສະເລ່ຍການປະຕິບັດໜ້າວຽກສໍາເລັດທັງໝົດ 79.55%; ໃນ ປີ 2024 ມີ 9 ໂຄງການ ລວມທັງໝົດ 1.32 ຕື້ກີບ.

ຂ່າວ+ພາບ: ສິດທິພອນ ທີແກ້ວ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa