ເມືອງເງິນຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງເມືອງເງິນ ຄົບຮອບ 33 ປີ:

ວັນທີ 11 ພະຈິກ 2025 ນີ້, ຢູ່ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ

ມູນເຊື້ອ ວັນສ້າງຕັ້ງເມືອງເງິນ ຄົບຮອບ 33 ປີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້

າ-ຮອງຫົວໜ້າຫ້ອງການ, ກົມກອງ, ດ່ານສາກົນນໍ້າເງິນ,  ລັດວິສາຫະກິດ, ທະນາຄານ, ໂຮງຮຽນ, ໂຮງໝໍ,

ອະດີດການນໍາຂອງເມືອງ, ພະນັກງານອາວຸໂສບໍານານ, ນາຍ ທະຫານ, ນາຍຕໍາຫຼວດ, ພະນັກງານ-ລັດຖະກອນ

ທ່ານນາຍບ້ານເທດສະບານເມືອງ ແລະ ຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ.

ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງເມືອງເງິນ ໃນຄັັ້ງນີ້້້້່່້້້: ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກ

ແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເປັນກຽດຂື້ນເລົ່າ ແລະ ຫວນຄືນມູນເຊື້ອປະຫວັດຄວາມ

ເປັນມາ ຂອງວັນສ້າງຕັ້ງເມືອງເງິນ ຄົບຮອບ 33 ປີ ຄື:(14 ພະຈິກ 1992-14 ພຈິກ 2025) ເຊິ່ງທ່ານໄດ້

ຍົກໃຫ້ເຫັນຜົນງານ ການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອພິລະອາດຫານສານໄຊ,

ມູນເຊື້ອອັນດີງາມ ຂອງຊາວເມືອງເງິນ ທີຍາດມາໄດ້ຕະຫຼອດໄລຍະ 33 ປີຜ່ານມາ, ເພື່ອເປັນການ

ປຸກລະດົມໂຄສະນາສືກສາອົບຮົມ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດ

ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ  ພາຍໃນເມືອງເງິນ ໄດ້ຮັບຮູ້ເຂົ້າໃຈ ທັງເປັນປູກຈິດສໍານືກ

ໃຫ້ລຸ້ນສືບທອດ ໄດ້ຮໍ່າຮຽນເອົາຄຸນງາມຄວາມດີ ແລະ ມູນເຊື້ອດັ່ງກ່າວໄປໜູນໃຊ້ເຂົ້າໃນໜ້າທີ່ວຽກງານ

ຕົວຈິງ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາເມືອງເງິນ ໃຫ້ກ້າວຂຶ້້້ນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ ຄອມ ເມືອງເງິນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa