ເມືອງເງິນ ກະກຽມຄວາມພ້ອມຮອບດ້ານ ປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ວັນທີ 27 ມັງກອນ 2026  ນີ້ ຢູ່ທີ່ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຊື່ອມຊຶມນິຕິກໍາທີ່ສໍາຄັນເພື່ອກະກຽມໃຫ້ແກ່ການປະເມີນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ  ຕິດພັນກັບການປະເມີນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ເຂົ້າຮ່ວມເປັນກຽດ ມີ ສະຫາຍ ທອງພັນ ສຸກສະຫວັດ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ-ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ເລຂາພັກບ້ານ 9 ບ້ານເທດສະບານ ເຂົ້າຮ່ວມ.

ສະຫາຍ ທອງພັນ ສຸກສະຫວັດ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໄດ້ເປັນກຽດຂື້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຜ່ານ ເນື້ອໃນຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ແລະ  ແຈ້ງການແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 651/ຄພຂ,  ວ່າດ້ວຍການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານແຜນການດຳເນີນງານຂອງຄະນະປະຈໍາພັກເມືອງ ສະບັບເລກທີ 019/ຄພມ, ລົງວັນທີ 22 ມັງກອນ 2026 ກ່ຽວກັບການກະກຽມລົງກວດກາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານມະຕິ ຂອງຄະນະະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງ ແນະນໍາກ່ຽວກັບກັບການເກັບກໍາຂໍ້ມູນທາງດ້ານສະຖິຕິຄົວເຮືອນ.

 

ທັງໝົດນນີ້ ກໍເພື່ອເປັນການກະກຽມຄວາມພ້ອມຮອບດ້ານກ່ອນລົງປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການປະເມີນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ ເມືອງເງິນ ມີຜົນສຳເລັດຕາມລະດັບຄາດໝາຍທີວາງໄວ້.

 

ໂດຍ: ອິນແປງ ແຫວນຄຳ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa