ເມືອງເງິນ ຈັດພິທີ ສະເຫຼີມສະຫຼອງ 5 ວັນປະຫວັດສາດສໍາຄັນ ຂອງຊາດ ຂອງພັກ.

ເມືອງເງິນ ຈັດພິທີ ສະເຫຼີມສະຫຼອງ 5 ວັນປະຫວັດສາດສໍາຄັນ ຂອງຊາດ ຂອງພັກ.
……………………………..
ວັນທີ 9 ກໍລະກົດ 2024 ນີ້. ທາງຄະນະນໍາຂອງເມືອງເງິນ ໄດ້ສົມທົບກັບຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ ໂດຍເລີ່ມຈາກເດີນກິລາຂອງເມືອງ ໄລຍະທາງກວ່າ 2 ກິໂລແມັດ.ຈາກນັ້ນ ວັນດຽວກັນນີ້. ກໍ່ໄດ້ຈັດພິທີ ປາຖະກະຖາ ຢູ່ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ດ່ານສາກົນນໍ້າເງິນ, ລັດວິສາຫະກິດ, ທະນາຄານ, ອໍານວຍການໂຮງຮຽນ-ໂຮງໜໍ, ພະນັກງານ-ລັດຖະກອນ, ນາຍບ້ານເທດສະບານ, ສາມາຄົມກິລາພື້ນເມືອງ, ຄະບໍລິຫານງານສະຫະພັນແມ່ຍິງເມືອງ, ຄະນະສະຫະພັນແມ່ຍິງຮາກຖານບ້ານ ແລະ ຄະນະສະຫະພັນແມ່ຍິງໜ່ວຍອ້ອມຂ້າງເຂົ້າຮ່ວມ.
ທ່ານ ນາງ ສີຈົມ ບຸນມານະທໍາ ຮອງເລຂາພັກເມືອງ ປະທານຄະນະກວດກາພັກເມືອງ ປະທານອົງການກວດກາລັດເມືອງ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ສະມາຊີກສະພາປະຊາຊົນແຂວງ ປະຈໍາເມືອງ ໄດ້ເປັນກຽດ ຂື້ນປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ຄື: ວັນເກີດຂອງປະທານສຸພານຸວົງ ຄົບຮອບ 115 ປີ (13-7-1909-13-7-2024), ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດ ຄົບຮອບ 62 ປີ (5-9-1962-5-9-2024), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 47 ປີ (18-7-1977-18-7.2024), ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 69 ປີ (20-7-1955-20-7-2024) ,ວັນກໍາເນີດກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 58 ປີ (13-7-1966-13-7.2024) ແລະ ວັນອານຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ.
ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສືກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ບົດບາດ ຄວາມໜາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍ ມູນເຊື້ອພິລະອາດຫານ ແລະ ຄຸນງາມຄວາມດີ ຂອງປະທານສຸພານຸວົງ ຕະຫຼອດໄລຍະ 115 ປີ ແລະ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບສາຍພົວພັນການທູດລາວ-ຫວຽດ, ຄວາມສໍາຄັນຂອງວັນເຊັນນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ, ວັນສ້າງຕັ້ງແມ່ຍິງລາວ ແລະ ອານຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ທັງໜົດນີ້ກໍ່ເເນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມນໍາເອົາເນື້ອດັ່ງໄປໜູນໃຊ້ເຂົ້າໃນໜ້າທີ່ວຽກງານ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
…………………………..
ຂ່າວ-ພາບ ສິດທິພອນ ທີແກ້ວ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa