

ວັນທີ 28ມັງກອນ 2026 ນີ້ ທີມງານເມືອງເງິນ ແຂວງໄຊຍະບູລີ ໄດ້ລົງທົດລອງປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ໜ່ວຍພັກບ້ານຂອນ. ເຂົ້າຮ່ວມເປັນກຽດ ມີ ສະຫາຍ ທອງພັນ ສຸກສະຫວັດ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີທີມງານປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງເມືອງ, ອົງການປົກຄອງບ້ານ, ຂະແໜງການຂອງບ້ານ ແລະ ປະຊາຊົນພາຍໃນບ້ານຂອນ ເຂົ້າຮ່ວມ.
ໃນວາລະລົງທົດລອງປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ໜ່ວຍພັກບ້ານຂອນໃນຄັ້ງນີ້. ໄດ້ຮັບຟັງການລາຍງານສະພາບລວມຂອງບ້ານ, ສະພາບໜ່ວຍພັກ, ສະມາຊິກພັກ, ອົງການປົກຄອງບ້ານ. ຈາກນັ້ນ ທີມງານ ລົງປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການປະເມີນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂັ້ນເມືອງ ກໍໄດ້ເຊື່ອມຊຶມນິຕິກໍາທີ່ສໍາຄັນ ເຊັ່ນ: ເອກະສານເພີ້ມທະວີການນໍາພາການເມືອງ-ແນວຄິດໃຫ້ປະຊາຊົນທົ່ວໄປ,ເອກະສານການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.ເພີ້ມທະວີການນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນ ຕໍ່ການເລຶອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີV.ແບ່ງພະນັກງານລົງໜ່ວຍຄຸ້ມຄອງພົນລະເມືອງ ແລະ ຂະແໜງການຂອງບ້ານ. ຈາກນັ້ນຈະໄດ້ ແນະນໍາຄະນະພັກ, ສະມາຊິກພັກ ໃນການກະກຽມດໍາເນີນຊີວິດການເມືອງ,ນໍາພາດໍາເນີນຊີວິດການເມືອງພາຍໃນໜ່ວຍຄຸ້ມຄອງພົນລະເມືອງ-ໜ່ວຍງານຂອງບ້ານ,ດໍາເນີນຊີວິດການເມືອງຄະນະພັກ, ສະມາຊິກພັກ,ຕີລາຄາແບ່ງປະເພດ ແລະ ດໍາເນີນກອງປະຊຸມຂອງໜ່ວຍພັກ. ຄາດວ່າຈະໄດ້ດໍາເນີນໄປຮອດວັນທີ 31 ມັງກອນ 2026 ນີ້ ຈື່ງຈະສໍາເລັດ.
ໂດຍ: ອິນແປງ ແຫວນຄຳ