

ວັນທີ 16 ທັນວາ 2025 ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງ ເມືອງເງິນ ແຂວງ ໄຊຍະບູລີ.ໄດ້ ເປີດຊຸດອົບຮົມ-ຫັດແອບວຽກ ງານ ປກຊ-ປກສ ເປົ້າໝາຍ 4 ຊຸດທີ II ປະຈຳປີ 2025. ເຂົ້າຮ່ວມເປັນກຽດຂອງ ຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງ, ມີວິທະຍາກອນ,ນັກສໍາມະນາກອນ ແລະ ອານຸກໍາມະການທີ່ຮັບຜິດຊອບ ອົບຮົມ-ຫັດແອບ ວຽກງານສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປົ້າໜາຍ 4 ເຂົ້າຮ່ວມ.
ສະຫາຍ ພັຕ ບຸນທັນ ໄຊຍະລາດ, ຮອງຫົວໜ້າການທະຫານ ກອງບັນຊາການທະຫານເມືອງເງິນ ໄດ້ຂື້ນຜ່ານແຜນການ ອົບຮົມ – ຫັດແອບ ວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ ເປົ້າໝາຍ 4 ຊຸດທີ 2 ປະຈຳປີ 2025. ຈຸດປະສົງ ເພື່ອອົບຮົມ – ຫັດແອບ ໃຫ້ບັນດາຫົວໜ້າຫ້ອງການ ແລະ ຮອງຫ້ອງການ ພາຍໃນເມືອງ ໄດ້ເຊື່ອມຊືມ ຢ່າງເລິກເຊິ່ງ ຕໍ່ແນວທາງການທະຫານຂອງພັກໃນໄລຍະໃໝ່, ເວົ້າລວມ-ເວົ້າສະເພາະແມ່ນວຽກງານສຶກສາປ້ອງ ກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນໃນສະພາບການໃໝ່ ໝູນໃຊ້ ປະສານສົມທົບ ຊີ້ນໍາບັນຊາ ປະກອບສ່ວນເຂົ້າວຽກງານດັ່ງກ່າວເພື່ອຈັດຕັ້ງຜັນຂະຫຍາຍປະຕິບັດພັນທະຕໍ່ວຽກງານປ້ອງກັນຊາດ – ປ້ອງກັນ ຄວາມສະຫງົບ.ຕ້ອງກໍາແໜ້ນທິດສະດີຫຼັກການຂອງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຮູ້ໜູນໃຊ້ຢ່າງຄ່ອງ ແຄ້ວ ເຂົ້າໃນສະພາບຕົວຈິງ, ຮູ້ພົວພັນ ແລະ ຮູ້ຊີ້ນຳປະກອບອາວຸດ ກຳລັງຫ້ອງການຂອງຕົນເພື່ອເຮັດຕາມ ສິດໜ້າຕາມພາລະບົດບາດ, ປະສານສົມທົບລະຫວ່າງພາກທິດສະດີ ກັບ ພາກປະຕິບັດຕົວຈິງ ໄປ ພອ້ມກັນ.
ຊຸດອົບຮົມ-ຫັດແອບວຽກ ງານ ປກຊ-ປກສ ເປົ້າໝາຍ 4 ຊຸດທີ II ປະຈຳປີ 2025ຢູ່ເມືອງເງິນໃນຄັ້ງນີ້. ມີ ເປົ້າໝາຍນັກສໍາມະນາກອນແມ່ນບັນດາ ຫົວໜ້າ-ຮອງຫົວໜ້າ ຫອ້ງການ ໃນທົ່ວເມືອງເງິນ ທັງໝົດ 45 ທ່ານ, ເຊີ່ງຈະໄດ້ຮຽນຮູ້ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ກຳນົດເວລາທັງໝົດ 05 ວັນ ໃນນີ້: ພາກທິດສະດີ. ຈະໄດ້ຮຽນຮູ້ ເອກະສານ ດຳລັດວ່າດ້ວຍ ການຈັດຕັ້ງເຄື່ອນໄຫວ ຂອງກຳລັງກອງຫຼອນ-ປກສ ບ້ານ, ກຳລັງປ້ອງກັນພາຍ ໃນ ແລະ ກຳລັງປ້ອງກັນຕົວ. ເອກະສານ ການກໍ່ສ້າງທ່າສະໜາມປະຊາຊົນ 3 ຂັ້ນ. ເອກະສານບາງທັດສະນະພື້ນຖານຂອງພັກ ກຽ່ວກັບວຽກງານການທະຫານທອ້ງຖິ່ນໃນໄລຍະໃໝ່. ເອກະສານສົມທົບ ເສດຖະກິດ ກັບວຽກງານ ປອ້ງກັນຊາດ. ເອກະສານ ວຽກງານຈັດຕັ້ງປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມວຽກງານ ປກສ ແລະ ຮັກສາຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ. ເອກະສານ ຄວາມຮູ້ພື້ນຖານກຽ່ວກັບວຽກງານປ້ອງກັນ-ສະກັດກັ້ນອາຊະຍາກຳ ແລະ ໄພສັງຄົມ. ທິດສະດີ ແລະ ຫຼັກການຍິງປືນທະຫານຮາບ. ພາກປະຕິບັດຕົວຈິງ: ຮຽນທ່າຈັງຫວະການປະຕິບັດຍິງລູກປືນແທ້ບົດກ້າວ ບົດເປີດສາກ. ປະຕິບັດຍິງລູກປືນແທ້ບົດກ້າວ 1 ບົດເປີດສາກຈາກປືນອາກາ(AK).
ຂ່າວ-ພາບ ຄ.ອ.ມ ເມືອງເງິນ