ວັນທີ 14 ສິງຫາ 2025 ນີ້, ຢູ່ສະໂມສອນ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ໄຊຍະບູລີ ສະໄໝທີ VIII ຮອບທີ I. ໂດຍການເປັນປະທານຂອງ ສະຫາຍ ອາເມ ຊົງເຍ້ຽເລັງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ດ່ານສາກົນນໍ້າເງິນ, ອໍານວຍການໂຮງຮຽນ-ໂຮງໜໍ ເຂົ້າຮ່ວມ.
ສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກຮອບດ້ານຂອງເມືອງໂດຍສັງເຂບ, ຈາກນັ້ນ ສະຫາຍ ຫຸມ ມະໄລຄໍາ ຫົວໜ້າຂະແໜງກໍ່ສ້າງພັກ ຈັດຕັ້ງແຂວງ ໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຊຸດໃໝ່ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະ ນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ອຸດົມການຂອງພັກຕໍ່ປະຊາຊົນ ແລະ ເປັນແບບຢ່າງ ໃນການປະຕິບັດລະບຽບຂອງພັກ ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງດີ. ໂອກາດດັ່ງກ່າວນີ້, ສະຫາຍ ອາເມ ຊົງເຍ້ຽເລັງ ກໍາມະການປະຈໍາພັກແຂວງ ໄດ້ສະເໜີບັນດາລາຍຊື່ຜູ້ທີ່ບໍ່ອອກຮັບສະໝັກເລືອກຕັ້ງຍ້ອນອາຍຸຄົບມາດຖານບຳນານ ແລະ ເນັ້ນໜັກບາງບັນຫາຕໍ່ຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ມາໃຊ້ສິດຕ້ອງມີການໄຈ້ແຍກ ເບິ່ງທັດສະນະຄວາມຮູ້, ຄວາມສາມາດໃນການນຳພາ-ຊີ້ນຳແຂວງໄຊຍະບູລີ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີດີ, ເຮັດວຽກເປັນໝູ່ຄະນະປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແນ່ໃສ່ເຮັດໃຫ້ການຄັດເລືອກຄະນະບໍລິຫານງານ ພັກແຂວງຊຸດນີ້ ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ. ຈາກນັ້ນພະນັກງານສະມາຊິກພັກກໍ່ໄດ້ພ້ອມກັນໃຊ້ສິດຂອງຕົນທາບທາມເອົາບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານ ພັກແຂວງໄຊຍະບູລີ ສະໄໝທີ VIII ຮອບທີ I ໄດ້ສໍາເລັດລົງຕາມແຜນການ.
…………………………
ຂ່າວ+ພາບ: ຖວທ ເມືອງເງິນ