ເມືອງເງິນ ແຂວງ ໄຊຍະບູລີ ດໍາເນີນຊິວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກເມືອງ ສະໄໝທີ V.

ເມືອງເງິນ ແຂວງ ໄຊຍະບູລີດໍາເນີນຊິວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກເມືອງ ສະໄໝທີ V.
……………..
ກອງປະຊຸມ ດໍາເນີນຊີວິດການເມືອງທ້າຍສະໄໝ, ທາບທາມເນື້ອໃນ ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງເງິນ ແຂວງໄຊຍະບູລີ ຄັ້ງທີ VI ຮອບທີ III ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3 ມີນາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ໂດຍມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຊິກສະພາປະຊາຊົນແຂວງ, ສະຫາຍ ອາອາເມ ຊົງເຢ້ຽເລັງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເງິນ, ມີທີມງານຂອງແຂວງ, ຄະນະປະຈໍາພັກເມືອງ ແລະ ກໍາມະການພັກເມືອງ ເຂົ້າຮ່ວມ.
ສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆເງິນ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງບາງຕອນສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ຜ່ານຮ່າງສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ແລະ ບຸກຄົນໃນຄະນະພັກ ເພື່ອສຳຫຼວດກວດກາ ແລະ ຕີລາຄືນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນສະໄໝທີ່ຜ່ານມາ ແລະ ເພື່ອເປັນການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນຂໍ້ຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ ທັງເປັນການຕີລາຄາຄວາມຮັບຜິດຊອບການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ລະບຽບກົດໝາຍຂັ້ນເທິງວາງອອກ ມີຜົນສຳເລັດຄືແນວໃດ, ພ້ອມນີ້, ຜູ້ແທນກອງປະຊຸມພວກເຮົາ ຈະໄດ້ເອກະພາບກັນກຳນົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານເປັນນະໂຍບາຍລວມຂອງເມືອງ, ດໍາເນີນການທາບທາມບຸກຄະລາກອນບໍລິຫານງານພັກເມືອງ ຮອບທີ III, ຄົ້ນຄວ້າ ແລະ ພິຈະລະນາຮັບຮອງເອົາບຸກຄະລາກອນ ຜູ້ອອກສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ໃນຕ້ອນທ້າຍຂອງກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຈາກສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຊິກສະພາປະຊາຊົນແຂວງ ຕື່ມອີກ, ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນ ເປັນເວລາ 3 ວັນ ຈຶ່ງຈະສໍາເລັດ.
……………
ຂ່າວ-ພາບ: ຖວທ ເມືອງເງິນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa