

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ປຶກສາຫາລື ກະກຽມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຂຶ້ນໃນວັນທີ 25 ພະຈິກ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານທີ່ກ່ຽວຂ້ອງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອເປັນການຫ້າງຫາກະກຽມ ໃຫ້ແກ່ການສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃຫ້ເປັນຂະບວນຟົດຟື້ນ. ຈາກນັ້ນ, ທ່ານ ສັນຕິພາບ ປັນຍາສີ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 399, ລົງວັນທີ 25 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນ ເພື່ອເປັນການປຶກສາຫາກະກຽມຄວາມພ້ອມດ້ານຕ່າງໆ. ຕອນທ້າຍ ທ່ານເລຂາຄະນະບໍລິຫານງານພັກເມືອງ ຍັງໄດ້ມີຄໍາເຫັນຊີ້ນໍາ ແຕ່ລະອານຸກໍາມະການ ໃຫ້ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ສອງວັນສໍາຄັນດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ ແລະ ຮັກສາຄວາມສະຫງົບປອດໄພ 100 ສ່ວນຮ້ອຍ.
ຂ່າວ: ແກ່ນທ້າວ.