ເມືອງແກ່ນທ້າວ ຈະສັກຢາປ້ອງກັນພະຍາດສັດ ປີ 2026 ໃຫ້ໄດ້ 165.000 ກວ່າໂຕ.

ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານຢູ່ ໃນພິທີ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ປະຈໍາປີ 2025 ວ່າ: ທົ່ວເມືອງມີສັດລ້ຽງ ​ທັງ​ໝົດ 578.000 ກວ່າໂຕ. ໃນນີ້, ງົວ 50.000 ກວ່າໂຕ,  ຄວາຍ 6.700 ກວ່າໂຕ, ມ້າ 40 ກວ່າໂຕ, ແກະ 20 ກວ່າໂຕ, ແບ້  1.900 ກວ່າໂຕ, ໝູ 5.900 ກວ່າໂຕ, ໝາ 3.500 ກວ່າໂຕ ແລະ ສັດປີກ 510.000 ກວ່າໂຕ. ພົ້ນເດັ່ນກວ່າໝູ່ ແມ່ນການລ້ຽງສັດແບບເປັນຟາມ ແລະ ການເຮັດເດີ່ນສວນຫຍ້າລ້ຽງສັດ ຢູ່ພາຍໃນເມືອງມີຟາມລ້ຽງສັດທີ່ຂຶ້ນທະບຽນແລ້ວ 11 ຟາມ (ລ້ຽງງົວ 8 ຟາມ, ລ້ຽງໝູ 2 ຟາມ ແລະ ລ້ຽງໄກ່ພັນໄຂ່ 1 ຟາມ). ນອກນີ້, ຍັງມີການລ້ຽງຂອງຄອບຄົວທີ່ລ້ຽງແບບລັກສະນະເປັນຟາມ (ບໍ່ທັນມີທະບຽນ) 27 ຄອບຄົວ (ລ້ຽງງົວ 8 ຄອບຄົວ, ລ້ຽງຄວາຍ 1 ຄອບຄົວ, ລ້ຽງໝູ 17 ຄອບຄົວ ແລະ ລ້ຽງໄກ່ພັນໄຂ່ 1 ຄອບຄົວ), ມີເດີ່ນສວນຫຍ້າລ້ຽງສັດ ທັງໝົດ 14.000 ກວ່າເຮັກຕາ, ມີ 6.700 ກວ່າຕອນ, ມີ 3.900 ກວ່າຄອບຄົວ. ໃນນີ້, ເດີ່ນປູກຫຍ້າພັນ 14.000 ກວ່າເຮັກຕາ, ມີ 6.000 ກວ່າຕອນ ແລະ ເດີ່ນຫຍ້າທໍາມະຊາດ 100 ກວ່າເຮັກຕາ, ມີ 450 ກວ່າຕອນ. ພາຍໃນເມືອງມີສັດຕະວະແພດບ້ານ ທັງໝົດ 50 ຄົນ, ຍິງ 1 ຄົນ ໃນຈຳນວນ 47 ບ້ານ. ໃນນີ້, ເຄື່ອນໄຫວໃນລະດັບປານກາງ 31 ຄົນ ແລະ ເຄື່ອນໄຫວໄດ້ດີ 4 ຄົນ. ໃນໄລຍະ 10 ເດືອນຜ່ານມາ ສັກ​ຢາ​ປ້ອງ​ກັນ​ພະຍາດ​ສັດລ້ຽງ ໄດ້ທັງໝົດ 27.000 ກວ່າໂຕ, ທຽບໃສ່ຝຸງສັດປະຕິບັດໄດ້ 4,76 ສ່ວນຮ້ອຍ ທຽບໃສ່ແຜນປະຕິບັດໄດ້ 7,29 ສ່ວນຮ້ອຍ. ໃນນີ້, ງົວ 8.900 ກວ່າໂຕ ທຽບ​ໃສ່ແຜນການປະຕິບັດໄດ້ 16,83 ສ່ວນຮ້ອຍ, ຄວາຍ  4.400 ກວ່າໂຕ ທຽບ​ໃສ່ແຜນການປະຕິບັດໄດ້ 77,43 ສ່ວນຮ້ອຍ, ໝູ 9.461 ໂຕ ທຽບ​ໃສ່ແຜນການປະຕິບັດໄດ້  145,12 ສ່ວນຮ້ອຍ, ໝາ 400 ກວ່າໂຕ ທຽບ​ໃສ່ແຜນການປະຕິບັດໄດ້ 32,41 ສ່ວນຮ້ອຍ ແລະ ສັດ​ປີກ 4.000 ກວ່າໂຕ ທຽບ​ໃສ່ແຜນການປະຕິບັດໄດ້ 1,87 ສ່ວນຮ້ອຍ.

ໃນປີ 2026 ຄາດຄະເນການຂະຫຍາຍຕົວຂອງຝູງສັດ ຢູ່ໃນລະດັບ 33,87ສ່ວນຮ້ອຍ, ຈະມີສັດລ້ຽງທັງໝົດປະມານ 819.000 ກວ່າໂຕ. ໃນນີ້, ງົວ ຂະຫຍາຍຕົວຢູ່ໃນລະດັບ 19 ສ່ວນຮ້ອຍ ເທົ່າກັບ 59.700 ກວ່າໂຕ, ຄວາຍ ຂະຫຍາຍຕົວຢູ່ໃນລະດັບ  14 ສ່ວນຮ້ອຍ ເທົ່າກັບ  7.600 ກວ່າໂຕ, ມ້າ ຂະຫຍາຍຕົວຢູ່ໃນລະດັບ 3 ສ່ວນຮ້ອຍ ເທົ່າກັບ 45 ໂຕ, ແກະ ຂະຫຍາຍຕົວຢູ່ໃນລະດັບ  25 ສ່ວນຮ້ອຍ ເທົ່າກັບ 26 ໂຕ, ແບ້ ຂະຫຍາຍຕົວຢູ່ໃນລະດັບ  25 ສ່ວນຮ້ອຍ ເທົ່າກັບ 2.400 ກວ່າໂຕ, ໝູ        ຂະຫຍາຍຕົວຢູ່ໃນລະດັບ 82 ສ່ວນຮ້ອຍ ເທົ່າກັບ 10.800 ກວ່າໂຕ, ໝາ ຂະຫຍາຍຕົວຢູ່ໃນລະດັບ 15 ສ່ວນຮ້ອຍ ເທົ່າກັບ 4.000 ກວ່າໂຕ ແລະ ສັດປີກ  ຂະຫຍາຍຕົວຢູ່ໃນລະດັບ 88 ສ່ວນຮ້ອຍ ເທົ່າກັບ  734.800 ກວ່າໂຕ. ຈະສັກຢາປ້ອງກັນພະຍາດສັດ ໃຫ້ໄດ້ 165.800 ກວ່າໂຕ, ເທົ່າກັບ 20,23 ສ່ວນຮ້ອຍ ຂອງຈໍານວນຝູງສັດ. ໃນນີ້, ງົວ 41.800 ກວ່າໂຕ, ເທົ່າກັບ  70 ສ່ວນຮ້ອຍ ຂອງຈໍານວນຝູງສັດ, ຄວາຍ  5.300 ກວ່າໂຕ, ເທົ່າກັບ  70 ສ່ວນຮ້ອຍ ຂອງຈໍານວນຝຸງສັດ, ໝູ 7.500 ກວ່າໂຕ, ເທົ່າກັບ 70 ສ່ວນຮ້ອຍ ຂອງຈໍານວນຝູງສັດ, ໝາ 800 ກວ່າໂຕ, ເທົ່າກັບ  20 ສ່ວນຮ້ອຍ ຂອງຈໍານວນຝູງສັດ ແລະ ສັດປີກ 110.000 ກວ່າໂຕ, ເທົ່າກັບ  15 ສ່ວນຮ້ອຍ ຂອງຈໍານວນຝູງສັດ.

ຂ່າວ: ແກ່ນທ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa