

ກອງປະຊຸມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງສະມາຄົມພະນັກງານເບ້ຍບໍານ ແລະ ຜູ້ເສຍອົງຄະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ທ່ານ ອານຸເດດ ພິທັກ ກໍາມະການພັກເມືອງ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ທ່ານ ສຸກສະຫວັນ ວົງສີປະສົມ ປະທານສະມາຄົມພະນັກງານເບ້ຍບໍານານ ແລະ ຜູ້ເສຍອົງຄະເມືອງ, ມີຄະນະສະມາຄົມ ແລະ ສະມາຊິກພະນັກງານເບ້ຍບໍານານເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ສຸກສະຫວັນ ວົງສີປະສົມ ປະທານສະມາຄົມພະນັກງານເບ້ຍບໍານານ ແລະ ຜູ້ເສຍອົງຄະເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງວຽກງານຮອບດ້ານຂອງສະມາຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຕໍ່ກອງປະຊຸມ ວ່າ: ໃນ 1ປີຜ່ານມາ ໄດ້ຮັບພະນັກງານເບ້ຍບໍານານໃໝ່ 12 ທ່ານ, ຍິງ 3 ທ່ານ. ມີສະມາຊິກພະນັກງານເບ້ຍບໍານານ 200 ກວ່າທ່ານ, ຍິງ 38 ທ່ານ. ໃນປີ 2025 ມີພະນັກງານບໍານານເສຍຊີວິດ 6 ທ່ານ. ປະຈຸບັນມີສະມາຊິກທັງໝົດ 190 ກວ່າທ່ານ, ຍິງ 38 ທ່ານ. ພະນັກງານເບ້ຍບໍານານ ແລະ ຜູ້ເສຍອົງຄະ ຢູ່ພາຍໃນເມືອງ ແມ່ນມີແນວຄິດອຸ່ນອ່ຽນທຸ່ຽນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນກຸ່ມມະຫາຊົນ ແລະ ຊັ້ນຄົນຕ່າງໆ, ເຂົ້າຮ່ວມດໍາເນີນຊີວິດການເມືອງຂອງໜ່ວຍພັກ ແລະ ເຂົ້າຮ່ວມກອງປະຊຸມບ້ານທີ່ຕົ້ນສັງກັດຢູ່. ພ້ອມນັ້ນ, ຫຼາຍທ່ານ ຍັງໄດ້ເປັນທີ່ປຶກສາຂອງໜ່ວຍພັກ ແລະ ອົງການປົກຄອງບ້ານ, ໃຫ້ຄໍາຄິດຄໍາເຫັນ, ເປັນແບບຢ່າງທີ່ດີໃຫ້ແກ່ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ. ພາຍໃນສະມາຄົມ ແມ່ນມີຄວາມສາມັກຄີເປັນເອກະພາບກັນໃນທຸກວຽກງານ ແລະ ເຂົ້າຮ່ວມກອງປະຊຸມຂອງສະມາຄົມໃນແຕ່ລະໄລຍະ ໂດຍຖືເອົາວັນທີ 10 ຂອງເດືອນມີນາ, ມິຖຸນາ, ກັນຍາ ແລະ ເດືອນທັນວາ. ສະມາຄົມພະນັກງານເບ້ຍບໍານານ ແລະ ຜູ້ເສຍອົງຄະເມືອງ ຍັງໄດ້ປະຕິບັດນະໂຍບາຍເງິນກອງທຶນໃຫ້ຄອບຄົວພະນັກງານບໍານານ ທີ່ເເສຍຊີວິດ 6 ທ່ານ ຈໍານວນ 26,000,000 ກີບ ເພື່ອເປັນການຊ່ວຍເຫຼືອແບ່ງເບົາບັນເທົາທຸກຂອງຄອບຄົວ. ປະຈຸບັນເງິນກອງທຶນຍັງເຫຼືອ 30,000,000 ກວ່າກີບ.
ປະທານສະມາຄົມພະນັກງານເບ້ຍບໍານານ ແລະ ຜູ້ເສຍອົງຄະເມືອງ ຍັງໄດ້ກ່າວຕື່ມວ່າ: ໃນປີ 2026 ຈະໄດ້ຊຸກຍູ້ພະນັກງານບໍານານ ເຂົ້າຮ່ວມເຊື່ອມຊຶມເອກະສານການເມືອງ, ພິທີ ປາຖະກະຖາວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ຕາມການເຊີນຂອງອົງການປົກຄອງເມືອງ, ເຕົ້າໂຮມຄວາມສາມັກຄີ ພາຍໃນ ແລະ ພາຍນອກໃຫ້ດີ, ຊຸກຍູ້ພະນັກງາານບໍານານ ນໍາພາຄອບຄົວເຮັດການຜະລິດສ້າງເສດຖະກິດ, ເຮັດການຄ້າ, ການບໍລິການຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ສຶກສາອົບຮົມລູກຫຼານ ໃຫ້ປະຕິບັດພັນທະຕ່າງໆຂອງສັງຄົມ, ເຂົ້າຮ່ວມວຽກງານວັດທະນະທໍາ ເປັນຕົ້ນແມ່ນ ການເຮັດບຸນສິນກິນທານຕ່າງໆ ຕາມເງື່ອນໄຂ ແລະ ຄວາມສາມາດຂອງແຕ່ລະຄົນ, ຊຸກຍູ້ສະມາຊິກປະກອບສ່ວນເງິນເຂົ້າກອງທຶນໃຫ້ຄົບຖ້ວນ ແລະ ທັນເວລາ, ລົງຢ້ຽມຢາມສະມາຊິກທີ່ເຈັບເປັນ ແລະ ຢ້ຽມຢາມພົບປະສະມາຊິກແຕ່ລະໜ່ວຍທີ່ຢູ່ຫ່າງໄກຈາກຕົວເມືອງ ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວພະນັກງານເບ້ຍບໍານານ ໃຫ້ຖືກຕ້ອງຕາມລະບຽບຂອງສະມາຄົມວາງອອກ.
ຂ່າວ: ແກ່ນທ້າວ.