
ໃນຕອນບ່າຍວັນທີ 27 ພະຈິກ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ຮ່າງຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການອະນຸລັກ ແລະ ການນໍາໃຊ້ ຊ້າງບ້ານ ແລະ ເຜີຍແຜ່ ກົດໜາຍ ວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ສະບັບເລກທີ 56/ລບ, ລົງວັນທີ 27 ມັງກອນ 2025 ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສາຍເພັດ ຈັນທະລັງສີ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີຮອງປະທານຄະນະກໍາມະການປົກຄອງເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ, ທີມງານຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຕັ້ງ, ພະນັກງານທີ່ກ່ຽວຂ້ອງ ແລະ ນາຍບ້ານພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ພາຍຫຼັງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ທ່ານ ສາຍເພັດ ຈັນທະລັງສີ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານການກະກຽມ ການປັບປຸງ ຂໍ້ຕົກລົງ ສະບັບເລກທີ 979/ຈຂ.ຊຍ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອານຸລັກຊ້າງບ້ານ ໂດຍອີງຕາມຄໍາແນະນໍາ ຂອງສະພາປະຊາຊົນແຂວງ ສະບັບເລກທີ 42, ລົງວັນທີ 6 ພຶດສະພາ 2025 ກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ສະບັບເລກທີ 979/ຈຂ.ຊຍ ແລະ ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 1158 ວ່າດ້ວຍການອະນຸມັດໃຫ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປີດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ຄະນະຮັບຜິດຊອບ ໄດ້ເປີດກອງປະຊຸມ ປະເມີນການການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 979 ຢູ່ 11 ເມືອງ ແລະ ພະແນກ, ກົມກອງ, ອ້ອມຂ້າງແຂວງ. ຄະນະຮັບຜິດຊອບຂັ້ນແຂວງ ຍັງໄດ້ຄົ້ນຄວ້າ, ປັບປຸງ ແລະ ຮ່າງຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການອະນລັກຊ້າງ ແລະ ການນໍາໃຊ້ຊ້າງບ້ານ (ສະບັບປັບປຸງ) ໂດຍອີງໃສ່ຄໍາເຫັນໃນກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ເຊິ່ງໄດ້ປັບປຸງ, ແກ້ໄຂ ບັນຫາຄວາມສ່ຽງທີ່ອາດຈະເກີດຂຶ້ນ, ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ເນື້ອໃນບາງຈຸດບໍ່ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກໍາອື່ນໆ ທີ່ອອກມາໃໝ່. ຈາກນັ້ນ, ທີມງານຂອງແຂວງ ໄດ້ຜ່ານຮ່າງຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍ ການອະນຸລັກ ແລະ ການນໍາໃຊ້ຊ້າງບ້ານ ເຊິ່ງຂໍ້ຕົກລົງດັ່ງກ່າວ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການອະນຸລັກຊ້າງ, ນໍາໃຊ້ຊ້າງ, ການສ້າງຕັ້ງສະມາຄົມ, ຄະນະກໍາມະການກວດກາຄຸ້ມຄອງ, ການສ້າງຕັ້ງກອງທຶນ ແລະ ຂໍ້ຫ້າມ ເພື່ອແນ່ໃສ່ປົກປັກຮັກສາຊ້າງໃຫ້ມີຄວາມຍືນຍົງ ແລະ ເຂົ້າຮ່ວມງານມະຫາກໍາບຸນຊ້າງຕະຫຼອດໄປ. ຂໍ້ຕົກລົງ ມີທັງໝົດ 8 ໝວດ ແລະ 36 ມາດຕາ. ບັນດາຜູ້ເຂົ້າ ກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ໃນການທາບທາມປັບປຸງເນື້ອໃນຂໍ້ຕົກລົງ ໃຫ້ມີປະສິດພິພາບ ແລະ ປະສິດທິຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ຍັງໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ. ຕອນທ້າຍກອງປະຊຸມ ທ່ານຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຍັງໄດ້ມອບຄອມພິວເຕີ ແລະ ປິ່ນເຕີ ຈໍານວນ 1ຊຸດ ໃຫ້ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ຕື່ມອີກ.
ຂ່າວ: ແກ່ນທ້າວ.