ເມືອງແກ່ນທ້າວ ປາຖະກະຖາ ວັນສະຖາປະນາ ສປປລ ລາວ ຄົບຮອບ 50 ປີ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ແລະ ປາຖະກະຖາ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ( 2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025) ຂຶ້ນ ໃນວັນທີ 18 ພະຈິກ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານອາວຸໂສບໍານານ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ນາຍບ້ານພາຍໃນເທດສະບານເມືອງ ພ້ອມດ້ວຍ 15 ຕໍາແໜ່ງງານຂອງບ້ານເຂົ້າຮ່ວມ 100 ກວ່າຄົນ

ພິທີ ຄັ້ງນີ້, ເພື່ອທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ່ປົດປ່ອຍໃນເມື່ອກ່ອນ ກໍຄືຜົນສໍາເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ຖືເອົາໂອກາດນີ້ ສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ໃຫ້ຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນໍາພາຂອງພັກ, ຖືເອົາການສະເຫຼີມສະຫຼອງ ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ເປັນການໂຄສະນາປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກໍາລັງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄໝ ແລະ ສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃນຕໍ່ໜ້າ, ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮຽນເອົາເປັນແບບຢ່າງອັນດີງາມ ທີ່ເປັນມູນມໍລະດົກອັນລໍ້າຄ່າ ຂອງເພີ່ນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກທີ່ດີ ເພື່ອສືບທອດພາລະກິດຂອງພັກ, ເປັນການເສີມຂະຫຍາຍມູນເຊື້ອການຕໍ່ສູ້ອັນບາກບັ່ນ ພະຍາຍາມຂອງປະຊາຊົນລາວບັນດາເຜົ່າ ໂດຍພາຍໃຕ້ການນໍາພາຂອງພັກ ເພື່ອສືບຕໍ່ບຸກທະລຸທາງດ້ານຈິນຕະນາການ ຂອງພະນັກງານ-ສະມາຊິກພັກ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ທັງເຮັດສໍາເລັດໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ແລະ ເພື່ອເປັນການຈັດຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ຕະຫຼອດຮອດປະຊາຊົນ ພາຍໃນເມືອງ ໄດ້ຮັບຮູ້ເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງຜັນຂະຫາຍ ບັນດາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ດັ່ງກ່າວ ໃຫ້ກາຍເປັນແຜນການລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ.

ຂ່າວ: ແກ່ນທ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa