ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານການພັກແຂວງ ຄັ້ງທີ 14 ສະໄໝທີ VII ຂຶ້ນໃນວັນທີ 10 ກໍລະກົດ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານການພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານການພັກເມືອງ ໄດ້ເຜີຍແຜ່ຜົນສໍາກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ເຊິ່ງກອງປະຊຸມ ດັ່ງກ່າວ: ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບ 2 ວາລະແຫ່ງຊາດ, ບັນດາເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈໍານວນ 5 ສະບັບ ຄື: ຮ່າງໂຄງການການເມືອງຂອງພັກ, ຮ່າງລາຍງານການເມືອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ຮ່າງກົດລະບຽບສະໄໝທີ XII ຂອງພັກ ແລະ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ-ນະຄອນ, ຮາກຖານພັກ ອ້ອມຂ້າງກະຊວງ-ອົງການ, ຮາກຖານພັກອ້ອມຂ້າງນະຄອນຫຼວງວຽງຈັນ, ແຂວງ ແລະ ຄາດຄະເນການກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານການພັກແຂວງ ຄັ້ງທີ 14 ສະໄໝທີ VII ຕື່ມອີກ. ຈາກນັ້ນ, ສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານການພັກເມືອງ ໄດ້ຜ່ານມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ແລະ ເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມອີກ.
………………
ຂ່າວ: ແກ່ນທ້າວ.