ເມືອງໄຊຍະບູລີສະເຫຼີມສະຫຼອງ 3 ວັນປະຫວັດສາດ

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ, ວັນ ສ້າງຕັ້ງອົງການໄອຍະການປະຊາຊົນແຫ່ງ ສປປ ລາວຄົບຮອບ 36 ປີ ແລະ ວັນສ້າງຕັ້ງການສໍ້ລາດບັງຫຼວງ ຄົບຮອບ 22 ປີ. ໄດ້ຈັດຂື້ນໃນ ວັນທີ 27 ມັງກອນ 2026 ຢູ່ທີ່ຫໍປະຊຸມໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດປາຖະກາຖາຂອງທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫົວໜ້າຫ້ອງການ, ອາດີດການນໍາຂອງເມືອງ, ພະນັກງານທະຫານ-ຕຳຫຼວດ, ພະນັກງານປະຕິວັດ ອາວຸໂສບຳນານເຂົ້າຮ່ວມ.

ໃນພິທີ ທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ກໍ່ໄດ້ຂຶ້ນກ່າວປາໄສໂດຍໄດ້ ເລົ່າຄືນເຖິງມູນເຊື້ອຕົ້ນກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວກໍ່ຄືປະຫວັດ ບໍລິສຸດຕໍ່ຊາດ, ມູນ ເຊື້ອແຫ່ງການເຕີບໃຫຍ່ຂອງກໍາລັງປະກອບອາວຸດຂອງກອງທັບທີ່ໄດ້ພ້ອມກັບປະຊາຊົນລາວ ບັນດາເຜົ່າຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດຢ່າງສົມກຽດ ແລະ ມີໄຊຕະຫຼອດ 77 ປີ ຜ່ານມາ, ໄດ້ຕັ້ງໜ້າເສີມຂະຫຍາຍ ມູນເຊື້ອອັນສະຫງ່າງາມອົງອາດກ້າຫານຂອງກອງທັບປະຊາຊົນລາວຕາມຂໍຂວັນທີ່ວ່າ: ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ເຮັດສຳເລັດທຸກໜ້າທີ່ຂອງ ກອງທັບ, ຕະຫຼອດ 77 ປີ. ກອງທັບໄດ້ອອກແຮງປັບປຸງກໍ່ສ້າງກາລັງປະກອບອາວຸດຂອງຕົນໃຫ້ເຕີບ ໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນເປັນກອງທັບທີ່ມີແບບແຜນທັນສະໄໝ, ເປັນເຈົ້າການແກ້ໄຂທຸກ ສະພາບການອັນບໍ່ດີທີ່ເກີດຂຶ້ນ, ເພື່ອເຮັດໃຫ້ປະເທດຊາດມີຄວາມສະຫງົບ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 2 ທັນວາ 1975 ກອງທັບປະຊາຊົນລາວໄດ້ເອົາໃຈໃສ່ຈັດຕັ້ງພະນັກງານຫັນລົງເຮັດວຽກກໍ່ສ້າງຮາກຖານ ການເມືອງ, ຊຸກຍູ້ປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມ, ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຕິດພັນກັບການພັດທະນາເສດທະກິດ-ສັງຄົມ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພີ່ມທະວີການນໍາພາຂອງພັກໃຫ້ເປັນແກ່ນນໍາທຸກຂົງເຂດວຽກງານສຶກ ສາອົບຮົມການເມືອງແນວຄິດໃຫ້ໜັກແໜ້ນເຂັ້ມແຂງເລິກເຊິ່ງ, ສຸມໃສ່ຈັດຕັ້ງບຳລຸງ ແລະ ກໍ່ສ້າງພະນັກງານຂັ້ນນໍາພາ-ບັນຊາ ແລະ ພະນັກງານວິຊາການຕ່າງໆໃນແຕ່ລະຂັ້ນແຕ່ລະກົມກອງໃຫ້ມີ ຄວາມຮູ້, ຄວາມສາ ມາດ, ມີຫົວຄິດປະດິດສ້າງໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໂດຍຕິດພັນ ກັບໜ້າທີ່ການເມືອງຂອງກອງທັບໄປພ້ອມກັບການປັບປຸງກໍ່ສ້າງກົມກອງໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ເອົາໃຈໃສ່ນໍາພາ- ຊີ້ນຳກົມກອງຂຸດຄົ້ນທ່າແຮງບົ່ມຊ້ອນຂອງຕົນເພື່ອຊອກຫາແຫຼ່ງລາຍ ຮັບໃຫ້ກົມກອງ, ພ້ອມກັນກໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມຢ່າງມີຈຸດສຸມເພື່ອເປັນ ກຳລັງແຮງຊຸກດັນໃນການພັດທະນາກອງທັບ ແລະ ປະເທດຊາດ. ພ້ອມກັນນີ້ທ່ານ ຈັນເພັງ ແສນຄໍາ ຍັງໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງອົງການໄອຍະການປະຊາຊົນ ຄົບຮອບ 36 ປີ  ແລະ ວັນສ້າງຕັ້ງການສໍ້ລາດບັງຫຼວງ ຄົບຮອບ 22 ປີ ຕື່ມອີກ                                   ຂ່າວພາບ: ລັດດາວອນ ແກ້ວໄພທູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa