
ໃນຕອນບ່າຍວັນທີ 15 ທັນວາ 2025 ນີ້ຫ້ອງການກາແດງເມືອງ ໄຊຍະບູລີໄດ້ຈັດພິທີມອບຮັບວຽກລະຫວ່າງຫົວໜ້າຫ້ອງການກາແດງເມືອງ(ຜູ້ເກົ່າ) ແລະ ຜູ້ປະຈຳການຫ້ອງການກາແດງເມືອງ(ຜູ້ໃໝ່)ຂື້ນ, ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການພ້ອມດ້ວຍພະນັກງານພາຍໃນຫ້ອງການດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ນາງ ສີທອນ ຄຳອ່ອນ ຫົວໜ້າຫ້ອງການກາແດງເມືອງ ໄຊຍະບູລີໄດ້ຂື້ນຜ່ານບົດບັນທຶກການມອບ-ຮັບວຽກບາງຕອນທ່ານໃຫ້ຮູ້ວ່າ: ຫ້ອງການກາແດງເມືອງ ແມ່ນອົງການຈັດຕັ້ງໜຶ່ງທີ່ເຄື່ອນໄຫວພາຍໃຕ້ການຊີ້ນໍາ – ນໍາພາຂອງອົງຄະນະພັກເມືອງ,ປະກອບມີພະນັກງານ-ລັດຖະກອນທັງໝົດ 7 ທ່ານ, ຍິງ 5 ທ່ານ; ປະກອບມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານແຜນການ – ການເງິນ, ໜ່ວຍງານໂຄສະນາຂົນຂວາຍການກຸສົນ ແລະ ຊ່ວຍເຫຼືອບັນເທົ່າທຸກ, ໜ່ວຍງານສົ່ງເສີມສຸຂະພາບຊຸມຊົນ ແລະ ເລືອດ; ໃນໄລຍະຜ່ານມາໄດ້ນໍາພາຊີ້ນໍາລົງໂຄສະນາເຜີຍແຜ່ວຽກງານກອງທຶນເລືອດ ພ້ອມທັງເຜີຍແຜ່ພາລະບົດບາດວຽກງານກາແດງ, ເຮັດປື້ມຄູ່ມືວຽກງານກາແດງແຈກຢາຍໃຫ້ບ້ານສໍາເລັດ 78 ບ້ານ; ປຸກລະດົມພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈທັງໝົດໄດ້ 26 ຄັ້ງ, ມີຈໍານວນພົນເຂົ້າຮ່ວມ 2,582 ທ່ານ, ຍິງ 1,071 ທ່ານ, ໄດ້ຮັບເລືອດຕົວຈິງ1,896 ຖົງ ທຽບໃສ່ຄາດໝາຍລື່ນ102 ຖົງ, ວຽກງານກອງທຶນເລືອດຜ່ານມາໄດ້ຮັບເງິນກອງທຶນທັງໝົດ 44,280,000 ກີບໃນນີ້: ເກັບຈາກພະນັກງານ – ລັດຖະກອນທັງໝົດ 24 ລ້ານກວ່າກີບ, ເກັບຈາກຄອບຄົວປະຊາຊົນພາຍໃນບ້ານໃນທົ່ວເມືອງ 20 ລ້ານກວ່າກີບ, ສົ່ງແຂວງ 29 ລ້ານກວ່າກີບ, ຍັງຢູ່ຄັງເງີນຫ້ອງການ 12 ລ້ານກວ່າກີບ, ມອບໃຫ້ບ້ານ 2 ລ້ານກວ່າກີບ, ຍັງເຫຼືອທັງໝົດ 1 ລ້ານກວ່າກີບ, ໄດ້ລະດົມເຄື່ອງຊ່ວຍເຫຼືອບັນເທົາທຸກນໍາບັນດາອົງການຈັດຕັ້ງຂອງແຂວງຂອງເມືອງ, ນັກທຸລະກິດຜູ້ປະກອບການພໍ່ຄ້າຊາວຂາຍ ເປັນເຄື່ອງນຸ່ງຮົມ, ເຄື່ອງໃຊ້ຄົວເຮືອນ ແລະ ເງິນສົດຈໍານວນໜື່ງ; ໄດ້ເຮັດຕູ້ບໍລິຈາກໄປຕັ້ງໄວ້ວັດພາຍໃນເມືອງໄດ້ຈໍານວນ 25 ໜ່ວຍ ແລະ ເປັນຕູ້ເຄື່ອນທີ່ໄດ້ 4 ໜ່ວຍໄດ້ເງິນ 41,584,000 ກີບ; ໄດ້ຈ່າຍໃນການຊື້ເຄື່ອງ ແລະ ເຄື່ອນໄຫວມອບເຄື່ອງບັນເທົາທຸກຈໍານວນ 32,525,000 ກີບ ປະຈຸບັນຍັງເງິນ 11,794,000 ກີບ;ໄດ້ລົງເກັບກຳຂໍ້ມູນຄອບຄົວທຸກຍາກ, ເດັກດ້ອຍໂອກາດໄດ້ 3 ໂຮງຮຽນ, ມີທັງໝົດ 27ຄົນ, ຍິງ 13 ຄົນ, ພ້ອມທັງກະກຽມເຄື່ອງໄປມອບມີຄື: ປື້ມ, ບິກ, ສໍ ແລະ ຊຸດນັກຮຽນ,ນໍ້າດື່ມ;ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ໃນຮ່າງບົດບັນທຶກການມອບ-ຮັບວຽກ ພ້ອມນີ້ໃນພິທີກໍ່ໄດ້ເຊັນບົດບັນທຶກການມອບ-ຮັບວຽກລະຫວ່າງທ່ານ ນາງ ສີທອນ ຄຳອ່ອນ ຫົວໜ້າຫ້ອງການການແດງເມືອງ( ຜູ້ເກົ່າ) ແລະ ທ່ານ ນາງ ມະນີວອນ ສຸລັດດາ ຮອງຫົວໜ້າຫ້ອງການກາແດງເມືອງ( ຜູ້ປະຈຳການ) ໂດຍມີທ່ານ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ຂ່າວ-ພາບ: ສົມພົງ ສີສະຫວັດ.