ປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ຄັ້ງທີ 2 ສະໄໝທີ X ໄດ້ສໍາເລັດລົງໃນຕອນເຊົ້າວັນທີ 26 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ. ໂດຍການເປັນປະທານຂອງ ສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຜູ້ຊີ້ນໍາເມືອງໄຊຍະບູລີ, ມີບັນດາສະຫາຍຄະນະປະຈໍາເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ, ເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາ, ຄະນະໜ່ວຍພັກບັນດາຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ, ເລຂາພັກບ້ານ 24 ບ້ານເທດສະບານເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 6 ເດືອນທ້າຍປີ 2025, ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ເຊີ່ງໃນໄລຍະ 6 ເດືອນຜ່ານມາເມືອງໄຊຍະບູລີສາມາດເກັບລາຍຮັບໄດ້ 4,095.ລ້ານກວ່າກີບ, ເທົ່າກັບ 62.01% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ້ມຂື້ນ ເທົ່າກັບ 4,2%; ດ້ານລາຍຈ່າຍໄດ້ເອົາໃຈໃສ່ຄຸ້ມຄອງລາຍຈ່າຍບໍລິຫານ, ດັດສົມສົ່ງເສີມຕາມທິດປະຢັດ, ຕ້ານການຟຸມເຟືອຍ ປະຕິບັດລາຍຈ່າຍໄດ້ທັງໜົດ 1,519. ລ້ານກວ່າກີບ, ເທົ່າກັບ 48.08% ຂອງແຜນປີ, ໃນນັ້ນ: ລາຍຈ່າຍບໍລິຫານປົກກະຕິ ປະຕິບັດໄດ້ 1,272. ລ້ານກວ່າກີບ ເທົ່າກັບ 52.02 % ຂອງແຜນການປີ, ລາຍຈ່າຍດັດສົມສົ່ງເສີມ ປະຕິບັດໄດ້ 247 ລ້ານກວ່າກີບ ເທົ່າກັບ 34.57 % ຂອງແຜນປີ; ການປູກພືດລະດູແລ້ງທົ່ວເມືອງມີເນື້ອທີ່ແຜນການທັງໝົດ 5.700 ເຮັກຕາ ປະຕິບັດໄດ້ 5.825 ເຮັກຕາ ລື່ນແຜນການ 2,20 %, ເກັບກູ້ 5.811 ເຮັກຕາກວ່າ ເທົ່າກັບ 99,76 %, ຜົນຜະລິດໄດ້ 50.760 ກວ່າໂຕນ; ພຶດຊະນິດຕ່າງໆ : ເນື້ອທີ່ 5.304 ເຮັກຕາ, ເກັບກູ້ 5.290 ເຮັກຕາ ເທົ່າກັບ 99,74 %, ຜົນຜະລິດໄດ້ 48.427 ກວ່າໂຕນ, ການປູກພືດລະດູຝົນທົ່ວເມືອງ ມີເນື້ອທີ່ທັງໝົດ 29.700 ເຮັກຕາ, ໃນນີ້ : ນາປີເນື້ອທີ່ແຜນການ 4.415 ເຮັກຕາ, ເຂົ້າໄຮ່ເນື້ອທີ່ແຜນການ 2.210 ເຮັກຕາ, ການປູກພືດຊະນິດຕ່າງໆເນື້ອທີ່ແຜນການ 21.955 ເຮັກຕາ, ແຜນການໄມ້ໃຫ້ໝາກທັງໝົດ 1.120 ເຮັກຕາ, ໃນນີ້ແຜນປູກໃໝ່ 50 ເຮັກຕາ; ຈາກນັ້ນໃນກອງປະຊຸມກໍໄດ້ຮັບຟັງ ການຜ່ານແຜນດໍາເນີນງານ 5 ປີ ຂອງຄະນະບໍລິຫານງານພັກເມືອງສະໄໝທີ X, ຜ່ານໂຄງການດໍາເນີນງານປະຈໍາປີ 2025 ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ X, ຮັບຮອງມະຕິແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກເມືອງ ສະໄໝທີ X, ຕອນທ້າຍກອງປະຊຸມ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຜູ້ຊີ້ນໍາເມືອງໄຊຍະບູລີກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫວັດ.