ເມືອງໄຊຍະບູລີ ສໍາເລັດການສອບເສັງນັກຮຽນເກັ່ງສາຍສາມັນ  ຂັ້ນປ5, ມ4 ແລະ ມ7

 

ຕອນບ່າຍວັນທີ 4 ກຸມພາ 2026 ນີ້ ເມືອງໄຊຍະບູລີ ໄດ້ສໍາເລັດການສອບເສັງນັກຮຽນເກັ່ງສາຍສາມັນ ຂັ້ນປ5, ມ4 ແລະ ມ7 ຂື້ນ ທີ່ ໂຮງຮຽນມັດທະຍົມຕອນຕົ້ນມິດຕະພາບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ພັນ ພອນສະຫວັດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ ທ່ານ ສົມໝາຍ ພັນທະວົງ ກຳມະການພັກເມືອງ ຫົວໜ້າ ຫ້ອງການສືກສາທິການ ແລະ ກິລາ ເມືອງ, ມີຫົວໜ້າຫ້ອງການກໍາມາທິການສຶກສາສົງແຂວງ , ຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ  ແລະ ນັກສອບເສັງຊັ້ນປະຖົມສຶກສາ ມາຈາກ 13 ກຸ່ມໂຮງຮຽນ ແລະ ມັດທະຍົມ   ສຶກສາ 4 ກຸ່ມ. ມີທັງໝົດ 14 ຫ້ອງສອບເສັງ ແລະ ມີນັກສອບເສັງທັງໜົດ 180 ນ້ອງ, ຍິງ 112 ນ້ອງ ເຊິ່ງໃນນີ້ ຊັ້ນປະຖົມສຶກສາ ມີ 6 ຫ້ອງສອບເສັງ, ຊັ້ນມັດທະຍົມສຶກສາຕອນຕົ້ນ ມີ 4 ຫ້ອງສອບເສັງ ແລະ ຊັ້ນມັດທະຍົມສຶກສາຕອນປາຍ 4 ຫ້ອງສອບເສັງ.

ຜົນການສອບເສັງ: ຂັ້ນ ປ.5 ມີ 3 ວິຊາ ຄື: ວິຊາ ພາສາລາວ: ອັນດັບທີ 01 ໄດ້ແກ່ ນາງ ໄມ່ ຊົງຖໍ ມາຈາກໂຮງຮຽນ ປະຖົມ ຂວັນນະຄອນ; ອັນດັບທີ 02 ໄດ້ແກ່ ນາງ ເມອິ ສຸກຜາລີ ມາຈາກໂຮງຮຽນ ປະຖົມ ຂວັນນະຄອນ;ອັນດັບທີ 03 ໄດ້ແກ່ ນາງ ພຸດດາພອນ ມາຈາກໂຮງຮຽນ ປະຖົມ ໂນນສະຫວັນ;ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 8 ຕໍ່າສຸດ 0,25 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ເພີ້ມຂຶ້ນ 1 ຄະແນນ; ວິຊາ ຄະນິດສາດອັນດັບທີ 01 ໄດ້ແກ່ ທ້າວ ໄຊສະຫວັນສຸກ ພິລາບູນ    ມາຈາກໂຮງຮຽນ ປະຖົມ ໄຊຍະບູລີ; ອັນດັບທີ 02 ໄດ້ແກ່ ທ້າວ ພູນສະຫວັດ ໄຊຍະເດດ ມາຈາກໂຮງຮຽນ ປະຖົມ ໄຊຍະບູລີ ອັນດັບທີ 03 ໄດ້ແກ່ ທ້າວ ສົງການ ຈັນສຸກ ມາຈາກໂຮງຮຽນ ປຖ ໄຊຍະບູລີ; ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 7 ຕໍ່າສຸດ 0,25 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ລຸດລົງ 2,25 ຄະແນນ. ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ: ອັນດັບທີ 01 ໄດ້ແກ່ ນາງ ວັນນາ ທອງມາລີ ມາຈາກໂຮງຮຽນ ປຖ ໂນນສະຫວັນ; ອັນດັບທີ 02 ໄດ້ແກ່ ນາງ ກ້ອຍຟິງ ແຊ່ຜ່ານ ມາຈາກໂຮງຮຽນ ປະຖົມ ຂວັນນະຄອນ; ອັນດັບທີ 03 ໄດ້ແກ່ ນາງ ໃບເນີຍ ມາຈາກໂຮງຮຽນ ປະຖົມ ທ່າເດື່ອ. ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 5,5 ຕໍ່າສຸດ 1 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ລຸດລົງ 3,5 ຄະແນນ; ຊັ້ນ ມ.4 ມີ 4 ວິຊາຄື: ວິຊາ ພາສາລາວ-ວັນນະຄະດີ: ອັນດັບທີ 01 ໄດ້ແກ່ ນາງ ສຸນິຕາ ປັນຍາແກ້ວ ມາຈາກໂຮງຮຽນ ມສ ໄຊຍະບູລີ; ອັນດັບທີ 02 ໄດ້ແກ່ ນາງ ທິບພາພອນ ເຊັງຈາ ມາຈາກໂຮງຮຽນ ມສ ເອກະພາບ;ອັນດັບທີ 03 ໄດ້ແກ່ ນາງ ບີບີ ຈັນທະວົງ ມາຈາກໂຮງຮຽນ ມສ ນາລວມ; ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 7 ຕໍ່າສຸດ 1,6 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ເພີ້ມຂຶ້ນ2 ຄະແນນ; ວິຊາ ຄະນິດສາດ: ອັນດັບທີ 01 ໄດ້ແກ່ ນາງ ພອນນະພາ ແກ້ວບົວໂຮມ ມາຈາກໂຮງຮຽນ ມສ ໄຊຍະບູລີ; ອັນດັບທີ 02 ໄດ້ແກ່ ທ້າວ ພອນປະເສີດ ພູມສະຫວັດ ມາຈາກໂຮງຮຽນ ມສ ເອກະພາບ; ອັນດັບທີ 03 ໄດ້ແກ່ ທ້າວ ຈ່ອຍໂຈ ແຊ່ເຕິນ ມາຈາກໂຮງຮ ຽນ ມສ ຜາຊ້າງ; ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 5,5 ຕໍ່າສຸດ 3 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ເພີ້ມຂຶ້ນ 1,75 ຄະແນນ; ວິຊາ ຟີຊິກສາດ: ອັນດັບທີ 01 ໄດ້ແກ່ ນາງ ມົນລິສາ ປັນຍາທອງ ມາຈາກໂຮງຮຽນ ມສ ພັດທະນາ;ອັນດັບທີ 02 ໄດ້ແກ່ ນາງ ໄຊຍະສອນ ພັນທະບູ ມາຈາກໂຮງຮຽນ ມຕ ມິດຕະພາບ; ອັນດັບທີ 03 ໄດ້ແກ່ ສນ ຄໍາພຸດ ຮຸ່ງສະຫວ່າງ ມາຈາກໂຮງຮຽນ ມສ ສົງໄຊຍະບູລີ; ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 5,5 ຕໍ່າສຸດ 0,28 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ເພີ້ມຂຶ້ນ 0,75 ຄະແນນ; ວິຊາ ເຄມີສາດ: ອັນດັບທີ 01 ໄດ້ແກ່ ນາງ ວົງສະຫວັນ ໄຊຍະສິດມາຈາກໂຮງຮຽນ ມສ ນາຫຼາ; ອັນດັບທີ 02 ໄດ້ແກ່ ນາງ ສຸພາພອນ ພິດສະດີ ມາຈາກໂຮງຮຽນ ມສ ຜາຊ້າງ; ອັນດັບທີ 03 ໄດ້ແກ່ ນາງ ສົມລັດດາ ສີເມືອງມາຈາກໂຮງຮຽນ ມສ ນາຕາກ. ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 4,12 ຕໍ່າສຸດ 1,25 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ເພີ້ມຂຶ້ນ 0,75 ຄະແນນ; ຊັ້ນ ມ.7 ມີ 4 ວິຊາຄື: ວິຊາ ພາສາລາວ-ວັນນະຄະດີ: ອັນດັບທີ 01 ໄດ້ແກ່ ນາງ ນິພາພອນ ຄໍາມັງ ມາຈາກໂຮງຮຽນ ມສ ພັດທະນາ; ອັນດັບທີ 02 ໄດ້ແກ່ ນາງ ກິ່ງນ້ອຍ ຈັນຟອງ ມາຈາກໂຮງຮຽນ ມສ ພັດທະນາ;ອັນດັບທີ 03 ໄດ້ແກ່ ນາງ ວາດສະໜາ ກັນທະວົງ ມາຈາກໂຮງຮຽນ ມສ ນາຕາກ; ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 6 ຕໍ່າສຸດ 1 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ລຸດລົງ 0,5 ຄະແນນ; ວິຊາ ຄະນິດສາດ: ອັນດັບທີ 01 ໄດ້ແກ່ ທ້າວ ບຸນທະວີ ແກ້ວວົງລັດ ມາຈາກໂຮງຮຽນ ມສ ໄຊຍະບູລີ; ອັນດັບທີ 02 ໄດ້ແກ່ ນາງ ບຸນລ້ອມ ບ່າວຄູນຫຼ້າມາຈາກໂຮງຮຽນ ມສ ພັດທະນາ; ອັນດັບທີ 03 ໄດ້ແກ່ ນາງ ລຳໄພ ໄຊດວງຕາ ມາຈາກໂຮງຮຽນ ມສ ນາຕາກ; ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 3,75 ຕໍ່າສຸດ 1 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ລຸດລົງ 2,75 ຄະແນນ; ວິຊາ ຟີຊິກສາດ: ອັນດັບທີ 01 ໄດ້ແກ່ ສນ ກຸ້ງ ພອນສະຫວັນ ມາຈາກໂຮງຮຽນ ມສ ສົງໄຊຍະບູລີ; ອັນດັບທີ 02 ໄດ້ແກ່ ທ້າວ ຕົ້ນກ້າ ແກ້ວຊົມພັນ ມາຈາກໂຮງຮຽນ ມສ ເອກະພາບ; ອັນດັບທີ 03 ໄດ້ແກ່ ນາງ ດີລາວະດີ ພົມມະຈິດ ມາຈາກໂຮງຮຽນ ມສ ນາຍາວ; ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 5,5 ຕໍ່າສຸດ 2,15 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ເພີ້ມຂຶ້ນ 1,25 ຄະແນນ; ວິຊາ ເຄມີສາດ: ອັນດັບທີ 01 ໄດ້ແກ່ ນາງ ເມີຍຮິ່ນ ແຊ່ຟົ່ງ ມາຈາກໂຮງຮຽນ ມສ ໄຊຍະບູລີ; ອັນດັບທີ 02 ໄດ້ແກ່ ນາງ ນໍ້າຝົນ ພອນສະຫວັນ ມາຈາກໂຮງຮຽນ ມສ ນາຕາກ; ອັນດັບທີ 03 ໄດ້ແກ່ ນາງ ນູ່ນີ່ ຂັນທະລີ ມາຈາກໂຮງຮຽນ ມສ ນາຫຼາ. ຄະແນນສູງສຸດສົກຮຽນນີ້ແມ່ນໄດ້ 4,37 ຕໍ່າສຸດ 3,1 ທຽບໃສ່ສົກຮຽນຜ່ານມາຄະແນນສູງສຸດ ຖືວ່າ ເພີ້ມຂຶ້ນ 0,12 ຄະແນນ; ລາງວັນຄະແນນ 7 ຂຶ້ນໄປ ມີ 3 ນ້ອງ: ນາງ ໄມ່ ຊົ່ງທໍ່ຈາກໂຮງຮຽນ ປະຖົມ ຂວັນນະຄອນ ວິຊາ ພາສາລາວ ຂັ້ນ ປ.5 ຄະແນນ 8; ທ້າວ ໄຊສະຫວັນສຸກ ພິລາບູນ ຈາກໂຮງຮຽນ ປະຖົມ ໄຊຍະບູລີ ວິຊາ ຄະນິດສາດ ຂັ້ນ ປ.5; ຄະແນນ 7 ນາງ ສຸນິຕາ ປັນຍາແກ້ວ ຈາກໂຮງຮຽນ ມສ ຊຍະບູລີ ວິຊາພາສາລາວ-ວັນນະຄະດີ ຂັ້ນ ມ.4 ຄະແນນ 7. ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນການສອບເສັງ ແລະ ມອບຂອງຂວັນລາງວັນອັນດັບ ທີ1-2-3 ໂດຍຜັດປ່ຽນກັບມອບຕາມລໍາດັບ.                          ຂ່າວ-ພາບ: ລັດດາວອນ ແກ້ວໄພທູ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa