ເມືອງໄຊຍະບູລີ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 4 ສະໄໝ X

ຕອນເຊົ້າວັນທີ 9 ກຸມພາ 2026 ນີ້ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 4 ສະໄໝX ຂື້ນ; ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ເລຂາໜ່ວຍພັກຫ້ອງການ, ອົງການ, ກົມກອງ ແລະ ເລຂາໜ່ວຍພັກບ້ານ 78 ບ້ານທົ່ວເມືອງໄຊຍະບູລີເຂົ້າຮ່ວມ.

ສະຫາຍ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງໄດ້ຂື້ນກ່າວເປີດບາງຕອນສະຫາຍໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ຄັ້ງທີ 4 ສະໄໝທີ X ເປັນການຕີລາຄາຄວາມຮັບຜິດຊອບທາງການເມືອງ ການນຳພາ-ຊີ້ນຳຂອງຄະນະພັກຂັ້ນຕ່າງໆ ເປັນການປະເມີນຜົນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານຕ່າງໆຂອງມະຕິ XII ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ, ມະຕິ X ຂອງຄະນະບໍລິຫານງານພັກເມືອງ ພ້ອມດຽວກັນນີ້ພວກເຮົາຈະໄດ້ສ້າງຄວາມເປັນເອກະພາບ ພ້ອມກັນຄົ້ນຄວ້າຊອກຫາວິທີແກ້ໄຂ ມີມາດຕະການປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ທັງເປັນການແລກປ່ຽນຄໍາຄິດຄໍາເຫັນ, ຈາກບັນດາສະຫາຍຄະນະພັກ ແລະ ຜູ້ແທນກອງປະຊຸມ; ກອງປະຊຸມແມ່ນຈະໄດ້ຮັບຟັງການສະຫຼຸບຕີລາຄາການນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານຮອບດ້ານ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2025 ແລະ ທິດທາງແຜນການຈຸດສຸມ ປະຈໍາປີ 2026 ແລະ ຈະ​ໄດ້ພ້ອມກັນຄົ້ນຄວ້າປະກອບ​ຄຳຄິດຄຳ​ເຫັນ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບເງື່ອນໄຂປັດຈຸບັນໃນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າ, ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ X ​ໄດ້ໄຂຂຶ້ນ ແລະ ດຳເນີນມາເປັນເວລາ 2 ວັນ, ພ້ອມນີ້ສະຫາຍ ເລຂາພັກເມືອງຍັງໄດ້ເນັ້ນໜັກໃຫ້ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ພ້ອມກັນເອົາໃຈໃສ່ສຸມສະຕິປັນຍາ ຕິດຕາມປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານເຮັດໃຫ້ກອງປະຊຸມໄດ້ສຳເລັດລົງດ້ວຍຜົນສຳເລັດອັນຈົບງາມຕາມລະດັບຄາດໝາຍທີ່ວາງໄວ້.

ຂ່າວ: ສົມພົງ ສີສະຫັວດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa