ເມືອງໄຊຍະບູລີ ແຂວງໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນ ຂອງຊາດ, ຂອງພັກ, ຂອງແຂວງໄຊຍະບູລີ.

ວັນທີ 12 ສິງຫາ 2025 ນີ້ ເມືອງໄຊຍະບູລີ ໄດ້ຈັດ ພິທີປາຖະກະຖາ 5 ວັນສໍາຄັນຂອງຊາດ, ຂອງພັກ ຂອງແຂວງໄຊຍະບູລີ ຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ເສນ ພັນລັກ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ-ລັດຖະກອນ, ນາຍບ້ານເທດສະບານ ເຂົ້າຮ່ວມ.

ທ່ານ ເສນ ພັນລັກ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງໄຊຍະບູລີໄດ້ໃຫ້ກຽດປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ, ຂອງແຂວງໄຊຍະບູລີຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສີງຫາ 1950-13 ສີງຫາ2025); ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 34 ປີ; ວັນຍຶດອຳນາດທົ່ວປະເທດ ແລະ ວັນຍຶດອຳນາດແຂວງໄຊຍະບູລີ;  ມູນເຊື້ອ 43 ປີ ແຫ່ງການສ້າງຕັ້ງສານປະຊາຊົນ ແຫ່ງ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ, ພາລະບົດບາດການນໍາພາຂອງພັກ, ສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ມູນເຊື້ອໃນການຕໍ່ສູ້ອັນພິລະອາດຫານຂອງແນວລາວສ້າງຊາດ ເຫັນໄດ້ຄວາມປີຊາສາມາດໃນການໂຄສະນາຂົນຂວາຍ ແລະ ການນໍາພາຕໍ່ສູ້ຈົນໄດ້ຮັບໄຊຊະນະ, ການເຄື່ອນໄຫວຂອງວຽກງານສື່ມວນຊົນ ໃນການໂຄສະນາເຜີຍແຜ່ ແລະ ເຮັດໜ້າທີ່ເປັນກະບອກສຽງຂອງຊາດ, ຂອງພັກ, ເສີມຂະຫຍາຍມູນເຊື້ອຮັກຊາດຮັກລະບອບໃໝ່, ຍົກສູງນໍ້າໃຈຮັກຊາດ, ເອົາໃຈໃສ່ສ້າງສາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ຮັກສາມູນເຊື້ອການຕໍ່ສູ້ເສຍສະຫຼະຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າໃນພາລະກິດຕໍ່ສູ້ ເພື່ອປົດປ່ອຍຊາດ, ທົບທວນຫວນຄືນຂະບວນວິວັດແຫ່ງການກໍາເນີດເກີດຂຶ້ນ ແລະ ຂະຫຍາຍຕົວ ຂອງລັດຖະທໍາມະນູນ ແລະ ກົດໝາຍ ກໍ່ຄື ການສ້າງລະບອບປະຊາທິປະໄຕ ປະຊາຊົນ, ເຊີດຊູຄວາມສັກສິດໃນການຄຸ້ມຄອງລັດດ້ວຍກົດໝາຍ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.

…………………….

ຂ່າວ-ພາບ : ສົມພົງ ສີສະຫວັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa