ເມືອງໄຊສະຖານ ປິດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 10 ວັນໃຫ້ແກ່ເລຂາພັກບ້ານ-ນາຍບ້ານ ຊຸດທີ I.

ເມືອງໄຊສະຖານ ປິດຝຶກອົບຮົມທິດສະດີການເມືອງ

ແລະ ການປົກຄອງລະບົບ 10 ວັນໃຫ້ແກ່ເລຂາພັກບ້ານ-ນາຍບ້ານ ຊຸດທີ I.

 

ໃນວັນທີ 1 ກໍລະກົດ 2024 ເມືອງໄຊສະຖານໄດ້ປິດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະ 10 ວັນໃຫ້ແກ່ເລຂາໜ່ວຍພັກບ້ານ – ນາຍບ້ານຊຸດທີ I ໃນທົ່ວເມືອງ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ເປັນປະທານຂອງ ສະຫາຍ ແສງຈັນ ກິນດາລາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຮອງຫົວໜ້າຄະນະຮັບຜິດຊອບບັ້ນຝຶກອົບຮົມ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໜົດ 19 ສະຫາຍ, ຍິງ 1 ສະຫາຍ, ໂດຍປະຕິບັດຕາມວາລະ ພາຍຫຼັງໄດ້ຮັບການສະເໜີຈຸດປະສົງແລ້ວ ແມ່ນໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 10 ວັນ ໃຫ້ແກ່ຄະນະພັກບ້ານ, ນາຍບ້ານ ຊຸດທີ I ຢູ່ເມືອງໄຊສະຖານ ນັບແຕ່ ວັນທີ 25 ມີຖຸນາ 2024 ຫາ ວັນທີ 1 ກໍລະກົດ 2024 ເປັນເວລາ 7 ວັນເຕັມ  ຈາກ ສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ທີ່ໄດ້ຕາງໜ້າຄະນະຮັບຜິດ ຊອບຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ, ສະຫາຍ ປະທານພິທີຍັງໄດ້ມີຄຳເຫັນເຈາະຈື້ມ ເພື່ອໃຫ້ຜູ້ແທນ, ນັກສຳມະນາກອນໄດ້ມີຄຳຄິດຄຳເຫັນແລກປ່ຽນເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ ແລະ ຈະແຈ້ງຂຶ້ນ ພິທີປິດຝຶກອົບຮົມ ໃນຕອນທ້າຍພິທີ ສະຫາຍ ແສງຈັນ ກິນດາລາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຮອງຫົວໜ້າຄະນະຮັບຜິດຊອບບັ້ນຝຶກອົບຮົມ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ພິທີປິດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະ 10 ວັນໃຫ້ແກ່ເລຂາໜ່ວຍພັກບ້ານ – ນາຍບ້ານສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາສະຫາຍຄະນະຮັບຜິດຊອບຊຸດການຮຽນ-ການສອນທີ່ໄດ້ເອົາໃຈ ໃສ່ຫ້າງຫາກະກຽມ ແລະ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກຮອບດ້ານໃຫ້ແກ່ການຮຽນ-ການສອນຊຸດນີ້ ໂດຍສະເພາະດ້ານງົບປະມານ, ສະຖານທີ, ປື້ມຕຳລາຮຽນ, ອຸປະກອນຮັບໃຊ້ທີ່ຈຳເປັນ ແລະ ອື່ນໆ , ມັນໄດ້ເປັນຂີດໝາຍ, ບາດກ້າວທີ່ສຳຄັນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ກໍ່ຄືວຽກງານການກໍ່ສ້າງພັກໃຫ້ມີຄວາມຮູ້ຄວາມສາມາດ, ມີທິດສະດີຂັ້ັ້ນພື້ນຖານອັນແນ່ນອນໃນການນຳພາ – ຄຸ້ມຄອງອົງການປົກຄອງບ້ານໃຫ້ມີຄວາມຮັບຮູ້ເຂົ້າໃຈທາງດ້ານທິດສະດີ ແລະ ຮູ້ສົມທຽບພຶດຕິກຳຕົວຈິງ ແລະ ນຳພາເອົາບົດຮຽນໄປພັດທະນາບ້ານຂອງຕົນ, ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າວຽກງານຕົວຈິງໃຫ້ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ເປັນການສືກຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫ່ຍແຕ່ລະຂັ້ນໃຫ້ບັນລຸຕາມຄາດໝາຍ ແລະ ສະຫາຍຍັງໄດ້ເນັ່ນໜັກຕໍ່ໜັກສຳມະນາກອນຕ້ອງໄດ້ເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນ ແລະ ບັນຫາອືນໆຕືມອີກ.

ໂດຍ: ສິດທິພອນ ທີແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa