ເມືອງໄຊສະຖານ ເຊື່ອມຊືມອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ.

ເມືອງໄຊສະຖານ ເຊື່ອມຊືມອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ.

ໃນຕອນເຊົ້າ ວັນທີ 19 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງໄດ້ເປີດກອງປະຊຸມເຊື່ອມຊືມເອກະສານອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ຄຳແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໜກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ອູ່ມ ພານຸເດດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີບັນດາສະຫາຍກຳມະການພັກເມືອງ, ທີມງານຂອງເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກຕະຫຼອດຮອດສະມາຊິກພັກພາຍໃນກອງບັນຊາການ ປກສ ເມືອງເຂົ້າຮ່ວມທັງໜົດ 47 ຫາຍ, ຍິງ 3 ສະຫາຍ ແລະ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມເອກະສານອົບຮົມການເມືອງ – ແນວຄິດສຳລັບສະມາຊິກພັກຫັຼກແຫ່ງ ແລະ ຄຳແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023, ຜ່ານມາດຖານເງື່ອນໄຂຜູ້ທີ່ຈະເປັນເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ພ້ອມທັງທາມທາມຄຳຕຳຕິສົ່ງຂາ່ວຂອງສະມາຊິກພັກ, ຄະນະໜ່ວຍພັກ, ຮອບທີ I ແລະ ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 114/ຄພມ, ລົງວັນທີ08 ສິງຫາ 2024 ວ່າດ້ວຍການຍຸບຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງ, ມະຕິຕົກລົງສະບັບເລກທີ 122/ຄພມ, ລົງວັນທີ 19 ສິງຫາ 2024 ວ່າດ້ວຍການອະນຸມັດສ້າງຕັ້ງໜ່ວຍພັກກອງບັນຊາການ ປກສ ເມືອງ, ແຜນການເຄື່ອນໄຫວຂອງຄະນະຮັບຜິດຊອບ, ແບ່ງຈຸດຳເນີນຊີວິດ ແລະ ຈັດສຳມະນາໃນການຜ່ານຮ່າງລາຍງານການເມືອງທັງສອງພາກ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກພ້ອມທັງທາບທາມຄະນະໜ່ວຍພັກຮອບທີ II ແລະ ການດຳເນີນຊີວິດການເມືອງຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກ, ຄະນະພັກ, ພະແກນການ, ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງ ແມ່ນຈະໄດ້ດຳເນີນໄປເປັນເວລາ 5 ວັນເຕັມ ເຊິ່ງນັບແຕ່ ວັນທີ 19 – 23 ສິງຫາ 2024 ຈິງຈະສຳເລັດ ໃນຕອນທ້າຍກໍ່ໄດ້ຮັບຟັງການມີຄຳເຫັນຊີ້ນຳ ຂອງສະຫາຍ ອູ່ມ ພານຸເດດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ຕືມອີກ.

ຂຽນ ແລະ ຂ່າວພາບ: ຄະນະໂຄສະນາອົບຮົມເມືອງ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa