
ໃນວັນທີ 11 – 19 ທັນວາ ປີ 2025 ນີ້ ການນໍາເມືອງ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງ, ປະຊາຊົນ ໄດ້ສາມັກຄີກັນອອກແຮງງານລວມເພື່ອກະກຽມຄວາມພ້ອມຮອບດ້ານໃນການຈັດພິທີປະກາດຮັບຮອງເມືອງໄຊສະຖານ ເປັນເມືອງ ສາມັກຄີປອງດອງ , ການຈັດງານເທດສະການວຸນດອກແດງ ( ບຸນປະເພນີຂອງເຜົ່າໄປຼ່ ) ປະຈໍາປີ 2025 ແລະ ວັນສ້າງຕັ້ງເມືອງໄຊສະຖານ ຄົບຮອບ 16 ປີ ເຊິ່ງໄດ້ມີການສ້າງຂະບວນການອອກແຮງງານລວມອານາໄມປະດັບປະດາຕາມສໍານັກງານ, ອົງການ, ຖາງຫຍ້າ, ຖົມບວກ, ຖົມຂຸມ ຕາມຖະໜົນຫົນທາງ, ເທທາງຂື້ນຈຸດຊົມວິວຂອງເມືອງ, ພ້ອມນີ້ຍັງໄດ້ມີການອານາໄມສະຖານທີ່ຈັດງານ ແລະ ທັງນີ້ກໍ່ເພື່ອເປັນການຫ້າງຫາກະກຽມຄວາມພ້ອມໃນດ້ານຕ່າງຕ່າງເພື່ຶອເຮັດໃຫ້ການປະກາດຮັບຮອງເມືອງໄຊສະຖານເປັນຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ເພື່ຶອເປັນການສະເຫຼີມສະຫຼອງບຸນດອກແດງ ປະຈໍາປີ 2025 ນີ້ໃຫ້ເປັນຂະບວນການອັນຟົດຟື້ນ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ເປັນໜ້າປະທັບໃຈຕໍ່ບັນດາ ແຂກທີ່ເຂົ້າມາທ່ຽວຊົມພາຍໃນເມືອງໄຊສະຖານ. ເຊິ່ງພິທີດັ່ງກ່າວແມ່ນຈະໄດ້ມີການຈັດຂື້ນໃນລະຫວ່າງວັນທີື 20-21 ທັນວາປີ 2025 ເຊິ່ງຈະໄດ້ມີຫຼາຍກິດຈະກໍາເປັນຕົ້ນ: ແມ່ນຮັບຊົມສິນລະປະວັນນະຄະດີ, ຮ້ອງເພັງ, ບົດຟ້ອນຂອງນ້ອງນ້ອຍນັກຮຽນ, ກິດຈະກຳແລ່ນໄຖ, ດຶງເຊື່ອກ, ການແຂ່ງຂັນປະກວດອາຫານ ແລະ ກິດຈະກໍາອື່ນໆ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າບຸນດອກແດງ ຂອງຊົນເຜົ່າໄປຼ່ ແມ່ນໄດ້ມີການສືບທອດກັນມາຍາວນານ ເຊິ່ງເປັນປາງບຸນໃຫຍ່ທີ່ສໍາຄັນຂອງເຜົ່າ ແລະ ຈະໄດ້ຈັດຂື້ນຢູ່ໃນລະຫວ່າງ 20-21 ທັນວາ 2025 ເພື່ອເປັນການລະນຶກເຖິງບັນພະບູລຸດຜູ້ທີ່ໄດ້ລ່ວງລັບໄປແລ້ວ ທັງເປັນການສະເຫຼີມສະຫຼອງການສົ່ງທ້າຍປິເກົ່າຕ້ອນຮັບປີໃໝ່ ຮັບເອົາໂຊກຮັບເອົາໄຊ ແລະ ເປັນການຂັບສົ່ງສິ່ງທີ່ບໍ່ດີໃຫ້ໄປນໍາປີເກົ່າ ຕ້ອນຮັບສິ່ງດີໃນປີໃໝ່ ທັງເປັນການສະຫຼຸບເກັບກ່ຽວຜົນຜະລິດ ແລະ ພືດຜັກຕ່າງໆ ເປັນການສົມມະນາຄາລະວະເຈົ້າກົກເຈົ້າເຫຼົ່າ, ພໍ່ແມ່ຍາດພີ່ນ້ອງ ໃນຕະກຸນທີ່ໄດ້ລ່ວງລັບໄປແລ້ວ ຖ້າວ່າບໍ່ເຮັດປະຊາຊົນຈະໄດ້ຮັບການເຈັບປ່ວຍ ແລະ ມີອັນເປັນໄປໃນທາງທີ່ບໍ່ດີ ຕາມການເຊື່ອຖືທີ່ເຄີຍໄດ້ມີການປະຕິບັດກັນມາ. ກ່ອນຈະໄດ້ມີການຈັດງານບຸນດອກແດງປະຊາຊົນຢູ່ພາຍໃນບ້ານແມ່ນໄດ້ມີການເກັບກ່ຽວຜົນຜະລິດປະຈໍາປີ ເອົາເຂົ້າຂື້ນເລົ້າເປັນທີ່ຮຽບຮ້ອຍແລ້ວ ບັນດາເຖົ້າແກ່ ເຈົ້າກົກເຈົ້າເຫຼົ່າພາຍໃນບ້ານແມ່ນໄດ້ມີການປຶກສາຫາລືກັນເພື່ອຈະໄດ້ມີການຫາມື້ຫາວັນເວລາທີ່ເໝາະສົມ ເພື່ອຈະໄດ້ກະກຽມເຮັດບຸນປະເພນີທີ່ ເໝາະສົມ( ບຸນດອກແດງ ) ແລະ ໃນກາງເດືອນ 11 ຜ່ານມາແຕ່ລະຮີດແມ່ນຈະໃຫ້ເຮັດຮີດຢູ່ເຮືອນຂອງໃຜຂອງລາວກ່ອນຈົນມາຮອດວັນທີ 15 ທັນວາ ແມ່ນໄດ້ສຳເລັດ ແລ້ວຈຶ່ງມາເຮັດງານບຸນລວມກັນ ເຊິ່ງຈະໄດ້ມີການກະກຽມຄວາມພ້ອມໃນດ້ານຕ່າງໆ ແລະ ມອບວຽກມອບຄວາມຮັບຜິດຊອບໃຫ້ບັນດາຂະແໜງການ, ບັນດາຄອບຄົວ ໂດຍການປະກອບສ່ວນຮ່ວມແຮງຮ່ວມໃຈກັນ ພ້ອມພາກັນຈັດງານບຸນໃຫ້ມີຄວາມຟົດຟື້ນ, ມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີ.