ເມືອງໄຊສະຖານ ແຂວງໄຊຍະບູລີຈັດພິທີປາຖະກາຖາ ວັນແພດລາວ ຄົບຮອບ 59 ປີ

ເມືອງໄຊສະຖານ ແຂວງໄຊຍະບູລີຈັດພິທີປາຖະກາຖາ ວັນແພດລາວ ຄົບຮອບ 59 ປີ

 

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2024 ຜ່ານມາທີ່ຫ້ອງປະຊຸມໃຫຍ່ຂອງເມືອງໄຊສະຖານ, ແຂວງໄຊຍະບູລີ ໄດ້ຈັດພິທີປາຖາສະເຫຼີມສະຫຼອງວັນແພດລາວ ຄົບຮອບ 59 ປີ ຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ອຸ່ມ ພານຸເດດ ຮອງເລຂາພັກເມືອງ, ຫົວໜ້າສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ປະທານກວດກາພັກ-ລັດເມືອງ ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ, ນາຍແລະພົນຕຳຫຼວດ, ນາຍແລະພົນທະຫານ, ນາຍບ້ານດອຍກາວພ້ອມດ້ອຍຂະແໜງການຂອງບ້ານເຂົ້າຮ່ວມທັງໝົດ 121 ທ່ານ, ຍິງ 48 ທ່ານ.

ໃນພິທີ ພາຍຫຼັງທ່ານ ດຣ ສະໝັກ ຄຳພູມີ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ກ່າວຈຸດປະສົງແລ້ວ ທ່ານ ອຸ່ມ ພານຸເດດ ຮອງເລຂາພັກເມືອງ, ຫົວໜ້າສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ປະທານກວດກາພັກ-ລັດເມືອງ ໄດ້ໃຫ້ກຽດຂື້ນປະຖະກະຖາວັນແພດລາວ ຄົບຮອບ 59 ປີ( 18 ມິຖຸນາ 1965-18 ມິຖຸນາ 2024), ການຈັດພິທີປາຖະກະຖາຄັ້ງນີ້ກໍ່ເພື່ອເຊີດຊູກຽດສັກສີ, ຖານະບົດບາດ, ຄຸນງາມຄວາມດີ ຂອງແພດໝໍ, ພະນັກງານສາທາລະນະສຸກລາວ ຕໍ່ສັງຄົມ ແລະ ປະເທດຊາດ, ສ້າງໂອກາດໃຫ້ແພດໝໍ, ພະນັກງານສາທາລະນະສຸກ ໄດ້ທົບທວນຄືນໜ້າວຽກງານໃຫ່ຍດ້ານສາທາລະນະສຸກທີ່ຜ່ານມາ, ປູກຈິດສໍານຶກໃຫ້ແກ່ແພດໝໍ, ພະນັກງານສາທາລະນະສຸກ ຮຸ້ນສືບທອດຮໍ່າຮຽນເອົາແບບຢ່າງ ອັນດີງາມຂອງແພດໝໍ, ພະນັກງານສາທາລະນະສຸກໃນຮຸ້ນກ່ອນ, ໃນການອອກແຮງຝຶກຝົນຫຼໍ່ຫຼອມສ້າງຕົນເອງ ໃຫ້ກາຍເປັນແພດໝໍ ທີ່ພຽບພ້ອມໄປດ້ວຍຄຸນສົມບັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະ, ສົມກຽດສັກສີວ່າ ເປັນນັກຮົບເສື້ອຂາວປະຕິວັດຂອງພັກ ແລະ ເພື່ອຈາລຶກຄຸນງາມຄວາມດີຂອງແພດໝໍ, ພະນັກງານສາທາລະນະສຸກ ທີ່ໄດ້ປະກອບສ່ວນເຂົ້າໃນການຮັກສາສຸຂະພາບປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດໃນຂະບວນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຈົນມາຮອດປະຈຸບັນ.

ໃນຕອນທ້າຍພິທິ ທ່ານ ອຸ່ມ ພານຸເດດ ຮອງເລຂາພັກເມືອງ, ຫົວໜ້າສະມາຊິກສະພາປະຊາຊົນແຂວງປະຈຳເມືອງ,ປະທານກວດກາພັກ-ລັດເມືອງ ແລະ ທ່ານ ເອກ ເກດຕາໄຊ ກຳມະການພັກເມືອງ, ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດຖະນະທຳສັງຄົມເມືອງ ຍັງໄດ້ຕາງໜ້າໃຫ້ການນຳຂອງເມືອງ ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ເພື່ອສະແດງເຖິງຄຸນງາມຄວາມດີ, ຜົນງານໃນການຈັດຕັ້ງປະຕິບັດໜ້າທີໄລຍະຜ່ານມາໃຫ້ແກ່ແພດໝໍ ແລະ ພະນັກງານສາທາລະນະສຸກຈຳນວນໜຶ່ງຕື່ມອີກ

 

ຂ່າວ+ພາບ: ທ່ານ ສີນົນ ອ່ອນສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa