ເມືອງໄຊສະຖານ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ, ແນະນໍາການໂຮມ, ຍຸບ, ໂອນວຽກງານຫ້ອງການ ແລະ ປະກາດ ການຈັດຕັ້ງປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ

ວັນທີ 6 ສິງຫາ 2025 ທີ່ຜ່ານມາ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ, ແນະນໍາການໂຮມ, ຍຸບ, ໂອນວຽກງານຫ້ອງການ ແລະ ປະກາດການຈັດຕັ້ງປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີທ່ານ ພັທ ພອນສະຫວັນ ວໍລະສັກ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ຂັ້ນເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ຮອງຫົວໜ້າຫ້ອງການ, ພ້ອມດ້ວຍພະງານຫ້ອງການທີ່ກ່ຽວຂອ້ງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ພາຍຫຼັງທີ່ຄະນະຈັດຕັ້ງພິທີໄດ້ສະເໜີຈຸດປະສົງແລ້ວ ທ່ານ ພັທ ພອນສະຫວັນ ວໍລະສັກ ເລຂາຄະນະບໍລິຫານງານພັກເມືອງ ໄດ້ຂື້ນກ່າວຕ້ອນຮັບ ແລະ ລາຍງານຫຍໍ້ກ່ຽວກັບການກະກຽມຄວາມພ້ອມປັບປຸງກົງຈັກການຈັດຕັ້ງຢູ່ພາຍໃນເມືອງ, ຮັບຟັງການເຜີຍແຜ່ເຊື່ອມຊືມເອກະສານ ສະບັບເລກທີ 302/ຄຈສພ, ລົງວັນທີ 4 ກໍລະກົດ 2025 ທິດທາງປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນ, ລັດຖະບັດຍັດ ສະບັບເລກທີ 002/ປປທ, ລົງວັນທີ 2 ມິຖຸນາ 2025 ວ່າດ້ວຍການປັບປຸງບາງມາດຕາ 34 ແລະ 38 ຂອງກົດໝາຍວ່າດ້ວຍປະກັນສັງຄົມ,​ ມະຕິຂອງສະພາປະຊາຊົນແຂວງ ສະບັບເລກທີ 49/ສພຂ, ຊຍ, ລົງວັນທີ 30 ມິຖຸນາ 2025 ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ຂັ້ນເມືອງ. ພ້ອມນີ້ປະທານກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມຕໍ່ກັບວຽກງານການການຍຸບ, ໂຮມ, ໂອນວຽກງານຫ້ອງການເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ມີການປະກອບຄໍາຄິດຄໍາເຫັນ. ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານການການຍຸບ, ໂຮມ, ໂອນວຽກງານຫ້ອງການໃນຄັ້ງນີ້ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ທັງຖືກຕ້ອງ ແລະ ສອດຄ່ອງກັບບັນດານິຕິກໍາທີ່ໄດ້ກໍານົດໄວ້. ຈາກນັ້ນທ່ານ ເສີດ ແສງສຸລິນ ກໍາມະການພັກແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1385, 1386 ລົງວັນທີ 30 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງໄຊສະຖານ ເຈົ້າແຂວງໄຊຍະບູລີ ຕົກລົງແຕ່ງຕັ້ງທ່ານ ສົມສະນິດ ວົງສີ ເປັນທະທານຄະນະກໍາມະການປົກຄອງເມືອງ, ແຕ່ງຕັ້ງທ່ານ ເອກ ເກດຕາໄຊ ເປັນຮອງປະທານຄະນະກໍາມະການປົກຄອງເມືອງໄຊສະຖານ, ຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 1371/ຈຂ,ຊຍ, ລົງວັນທີ 30 ກໍລະກົດ 2025 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ເຫັນດີຍົກຍ້າຍ ທ່ານ ຈີລະມິດ ຄໍາພູວົງ ກໍາມະການພັກເມືອງ ຮອງເຈົ້າເມືອງ ໄປຮັບໜ້າທີ່ໃໝ່ຢູ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ.

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄໍາໂອ້ລົມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ. ພ້ອມນີ້ທາງທີມງານຂອງແຂວງຍັງໄດ້ມີການລົງດໍາເນີນຊີວິດການເມືອງກັບບັນດາຫ້ອງການທີ່ຈະຍຸບ, ໂຮມ ເພື່ອສ້າງຄວາມເປັນເອກະພາບ, ຮອບຮອງດ້ານບຸກຄະລາກອນ ພ້ອມທັງເຮັດບົດບັນທຶກຮ່ວມກັນລະຫວ່າງຄະນະຮັບຜິດຊອບຂັ້ນແຂວງ ແລະ ຄະນະຮັບຜິດຊອບຂັ້ນເມືອງຕື່ມອີກ.​

ຂ່າວ:ຄະນະໂຄສະນາອົບຮົມເມືອງໄຊສະຖານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa