

ວັນທີ 14 ສິງຫາ 2025 ນີ້ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ຮອບທີ I ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງສະຫາຍ ສົມຈິດ ຈັນທະວົງ ຄະນະປະຈໍາພັກແຂວງ , ມີທີມງານຂອງແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ສະຫາຍ ພັທ ພອນສະຫວັນ ວໍລະສັກ ເລຂາຄະນະບໍລິຫານງານພັກເມືອງ ໄດ້ລາຍງານສະພາຍການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 3 ເດືອນຜ່ານມາ, ຮັບຟັງການຜ່ານມາດຕະຖານ,ເງື່ອນໄຂຜູ້ທີ່ຈະອອກສະມັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ຈາກນັ້ນ ສະຫາຍ ສົມຈິດ ຈັນທະວົງ ຄະນະປະຈໍາພັກແຂວງ ກໍ່ໄດ້ມີຄໍາເຫັນຊີ້ນໍາກ່ອນການທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມນັ້ນ ຍັງໄດ້ແນະນໍາວິທີການທາບທາມ ແລະ ດໍາເນີນການທາມທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ຮອບທີ I
ຕອນທ້າຍຂອງກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຂອງ ສະຫາຍສົມຈິດ ຈັນທະວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີຕື່ມອີກ.
ຂ່າວ: ສຸລິຍັນ.